ປະກາດສ້າງຄອບຄົວ ແລະ ບ້ານນໍ້າຢ້າງເປັນບ້ານປ້ອງກັນຄວາມສະຫງົບດີ

ພິທີປະກາດສ້າງຄອບຄົວ ແລະ ບ້ານນໍ້າຢ້າງ ເປັນບ້ານປ້ອງກັນຄວາມສະຫງົບດີ ໄດ້ຈັດຂຶ້ນ ໃນວັນທີ 18 ພະຈິກ 2022 ຢູ່ຫ້ອງການບ້ານນໍ້າຢ້າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີການຈັດຕັ້ງບ້ານ, ຄະນະຮັບຜິດຊອບ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າເມືອງວຽງທອງ ເລກທີ 606/ຈມວທ ວ່າດ້ວຍການອະນຸມັດໃຫ້ຄະນະຮັບຜິດຊອບຈັດຕັ້ງປະຕິບັດແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຜ່ານບົດສະຫຼຸບ-ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຜ່ານບົດບັນທຶກສັນຍາຮັກສາຄວາມສະຫງົບຂອງຄອບຄົວ, ບາດກ້າວໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອກະສານຂໍ້ແຂ່ງຂັນຄອບຄົວປ້ອງກັນຄວາມສະຫງົບດີ.

ບ້ານນໍ້າຢ້າງປະກອບມີ 3 ຄຸ້ມ, ມີທັງໝົດ 799 ຫຼັງຄາເຮືອນ, ມີ 980 ຄອບຄົວ, ມີພົນລະເມືອງທັງໝົດ 4.311 ຄົນ, ຍິງ 2.135 ຄົນ.

About admins14