ປະກາດຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງຄັງເງິນປະຈຳແຂວງ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງຄັງເງິນປະຈຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຄັງເງິນປະຈຳແຂວງບໍລິຄຳໄຊ, ເປັນເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຫົວໜ້າພະແນກການເງິນແຂວງ, ຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນຄັງເງິນແຂວງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0009/ກງ ລົງວັນທີ 4 ມັງກອນ 2022 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງຂອງຄັງເງິນປະຈຳແຂວງບໍລິຄຳໄຊຄື: ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ເດັ່ນຊາຍ ວັດທະນາ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ແລະ ກວດກາ ເປັນຫົວໜ້າຂະແໜງບັນຊີ ແລະ ກວດກາ, ທ່ານ ກອງແພງ ໂຄດໂຍທາ ຮອງຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ແລະ ກວດກາ ເປັນຮອງ, ທ່ານນາງ ຈັນສະໝອນ ພົມມະນີ ຮອງຫົວໜ້າຂະແໜງບັນຊີ-ສັງລວມ ເປັນຮອງ, ແຕ່ງຕັ້ງທ່ານນາງ ພວງເພັດ ພິມມະລາ ເປັນຫົວໜ້າຂະແໜງບໍລິການຄັງເງິນ, ທ່ານນາງ ອິນທະຫວາ ວັນໂນນ ເປັນຮອງ ແລະ ທ່ານນາງ ນົກ ສີສຸພັນ ຮອງຫົວໜ້າຂະແໜງບໍລິຫານແຫຼ່ງເງິນ ແລະ ເງິນສົດ ເປັນຮອງ, ແຕ່ງຕັ້ງທ່ານ ສັນຍາລັກ ອິນປັນຍາ ຮັກສາການຫົວໜ້າຂະແໜງ ກວດກາລາຍຈ່າຍງົບປະມານ ເປັນຫົວໜ້າຂະແໜງ, ທ່ານ ປານີ ສີສຸວັນທອງ ຮອງຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ແລະ ກວດກາ ເປັນຮອງ ແລະ ທ່ານ ວິລະພົງ ແກ້ວອັດສາວົງ ເປັນຮອງ.

ຕອນທ້າຍຂອງພິທີ ທ່ານ ບຸນສົງ ເພັດຈະເລີນ ຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍວຽກງານທີ່ສຳຄັນ ເປັນຕົ້ນ ແມ່ນ ເອົາໃຈໃສ່ສືບຕໍ່ແບບແຜນວິທີນຳພາຂອງພັກ, ແບ່ງຄວາມຮັບຊອບໃຫ້ຈະແຈ້ງ, ປັງປຸງແບບແຜນວິທີເຮັດວຽກໃຫ້ໜັກແໜ້ນເຂັ້ມແຂງກະທັດຮັດ, ເອົາໃຈໃສ່ປັບປຸງກົນໄກການປະສານງານໃຫ້ມີຄວາມກົມກຽວ, ເອົາໃຈໃສ່ປັບປຸງຂອດທີ່ຍັງຄົງຄ້າງໃຫ້ດີຂຶ້ນເທື່ອລະກ້າວ.

About admins16