ປະກາດຍົກຍ້າຍຫົວໜ້າສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ

ພິທີປະກາດການຈັດຕັ້ງຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ທັນວາ 2020 ຢູ່ຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຈາກກະຊວງການເງິນ, ພະແນກການເງິນແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນສ່ວຍສາອາກອນປະຈຳແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 3267/ກງ ລົງວັນທີ 4 ທັນວາ 2020 ວ່າດ້ວຍການຍົກຍ້າຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ ໄປຮັບໜ້າທີ່ໃໝ່ຢູ່ພະແນກແຜນການ ແລະ ການລົງທຶນແຂວງ.

ໂອກາດນີ້ ຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ບຸນສົງ ເພັດຈະເລີນ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ການປັບປຸງ, ຍົກຍ້າຍ, ແຕ່ງຕັ້ງໜ້າທີ່ຄວາມຮັບຜິດຊອບຂອງພະນັກງານລັດຖະກອນ ເປັນວຽກປົກກະຕິ ແລະ ເປັນຫຼັກການຂອງພັກ ເພື່ອເຮັດໃຫ້ລະບົບກົງຈັກການຈັດຕັ້ງພັກ-ລັດ ໃນລະບົບການເມືອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມນັ້ນ ກໍ່ຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ສ່ວຍສາອາກອນແຂວງ ຈົ່ງຍົກສູງຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ເຊີດຊູຄວາມເປັນແບບຢ່າງໃນການຊີ້ນໍາ-ນໍາພາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

ຕອນທ້າຍຂອງພິທີ ຍັງໄດ້ມີການປ່ອນບັດທາບທາມ ເພື່ອເລືອກເອົາຜູ້ທີ່ຈະເປັນຫົວໜ້າ ແລະ ຮອງຫົວໜ້າອາກອນປະຈຳແຂວງບໍລິຄຳໄຊ ແລະ ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້.

About admins16