ປະກາດຊັບຊ້ອນບ່ອນປະຈໍາການ ພະນັກງານ ປກສ ທີ່ສໍາເລັດການສຶກສາ

ວັນທີ 17 ກັນຍາ 2021 ຢູ່ທີ່ຫ້ອງປະຊຸມເບີ 01 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ປະກາດຊັບຊ້ອນ ບ່ອນປະຈໍາການ ພະນັກງານສໍາເລັດການສຶກສາ ທີ່ຈົບມາຈາກ ໂຮງຮຽນ ປກສ 04 ແຫ່ງ ປະຈໍາປີ 2021.

ໃນນີ້: ຈົບມາຈາກວິທະຍາຄານສັນຕິບານ ປະຊາຊົນ ລະດັບປະລີນຍາຕີ ຮຸ່ນທີ 22/4 ຈໍານວນ 11 ສະຫາຍ ຍີງ 02 ສະຫາຍ, ຈົບມາຈາກວິທະຍາຄານຕໍາຫຼວດ ປະຊາຊົນ ລະດັບປະລີນຍາຕີຕໍ່ເນື່ອງ ຮຸ່ນ 14/2 ຈໍານວນ 03 ສະຫາຍ, ຈົບມາຈາກ ໂຮງຮຽນ ປກສ ຊັ້ນສູງເລກ 03 ແຂວງ ສະຫວັນນະເຂດ ແລະ ໂຮງຮຽນ ປກສ ຊັ້ນສູງ ເລກ 04 ແຂວງ ຈໍາປາສັກ 28 ສະຫາຍ ຍີງ 05 ສະຫາຍ, ໂດຍການເປັນປະທານຂອງ ທ່ານ ພັນໂທ ອວດ ວົງໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີນາຍຕໍາຫຼວດທີ່ຖືກຊັບຊ້ອນ ເຂົ້າຮ່ວມ.

ທ່ານ ພັນໂທ ໄພວັນ ລາດສະດາບຸດ ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນໍາວຽກງານຈັດຕັ້ງກໍ່ສ້າງກໍາລັງ ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສະບັບເລກທີ 95,96 ແລະ 98/ປກສ.ຂບຊ, ລົງວັນທີ 15 ກັນຍາ 2021 ວ່າດ້ວຍການຊັບຊ້ອນບ່ອນປະຈໍາການໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາ ຈາກໂຮງຮຽນ ປກສ 04 ແຫ່ງ, ໃນນີ້ ຖືກຊັບຊ້ອນໄປປະຈໍາການຢູ່ ຫ້ອງການເມືອງ 02 ສະຫາຍ, ຍິງ 01 ສະຫາຍ, ຫ້ອງສັນຕິບານ 05 ສະຫາຍ, ຍິງ 02 ສະຫາຍ, ຫ້ອງຕໍາຫຼວດ 09 ສະຫາຍ, ຫ້ອງພະລາທິການ 01 ສະຫາຍ, ຫ້ອງ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຍີງ 02 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 03 ສະຫາຍ, ຫ້ອງ 504, 01 ສະຫາຍ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04, 02 ສະຫາຍ, ກອງບັນຊາການ ປກສ ເມືອງປາກຊັນ ຍີງ 01 ສະຫາຍ, ປກສ ເມືອງທ່າພະບາດ 01 ສະຫາຍ, ປກສ ເມືອງບໍລິຄັນ 03 ສະຫາຍ, ປກສ ເມືອງປາກກະດິງ 03 ສະຫາຍ, ປກສ ເມືອງຄໍາເກີດ 04 ສະຫາຍ, ປກສ ເມືອງວຽງທອງ 02 ສະຫາຍ ແລະ ປກສ ເມືອງໄຊຈໍາພອນ 03 ສະຫາຍ .

ໃນຕອນທ້າຍພິທີ່ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ທ່ານ ປະທານ ເຊິ່ງທ່ານກໍ່ໄດ້ກ່າວຍ້ອງຍໍຊົມເຊີຍ ບັນດາສະຫາຍທີ່ໄດ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາຄວາມຮູ້ຄວາມສາມາດ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງດ້ານວິຊາສະເພາະທີ່ໄດ້ຮຽນມາ ແລະ ຈົ່ງນໍາເອົາຄວາມຮູ້ ຄວາມສາມາດ ມາໜູນໃຊ້ໃນການປະຕິບັດວຽກງານພຶດຕິກໍາຕົວຈີງ ພາຍໃນກົມກອງທີ່ຕົນສັງກັດຢູ່ ໃຫ້ມີປະສິດທິພາບສູງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ສົມກັບເປັນພະນັກງານສືບທອດໃນກໍາລັງປ້ອງກັນຄວາມສະຫງົບຂອງປະຊາຊົນຢ່າງແທ້ຈິງ.

 

About admin11