ປສກ ເມືອງວຽງທອງປະກາດເລື່ອນຊັ້ນນາຍຕໍາຫຼວດ

 

ໂດຍປະຕິບັດຕາມຂໍ້ຕົກລົງເລກທີ 3109/ປກສ, ລົງວັນທີ 24 ພະຈິກ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໃນວັນທີ 25 ທັນວາ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ພອນຄໍາ ພິມມະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ, ຄະນະກອງບັນຊາການ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ໃນພິທີິ ສະຫາຍ ພັທ ໄມຕາ ແກ້ວບູນມີ ໄດ້ຜ່ານຂໍ້ຕົກລົງເລກທີ 3109/ປກສ ນະຄອນຫຼວງວຽງຈັນ, ລົງວັນທີ 24 ພະຈິກ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໃນນັ້ນ ກອງບັນຊາການ ປກສ ເມືອງວຽງທອງ ມີ 9 ສະຫາຍ, ຍິງ 0 ສະຫາຍ ຄື: ຊັ້ນພັຕຂື້ນພັທ 1 ສະຫາຍ, ຊັ້ນຮ້ອຍເອກຂື້ນ ພັຕ 3 ສະຫາຍ, ຊັ້ນຮ້ອຍໂທຂື້ນຮ້ອຍເອກ 2 ສະຫາຍ, ຊັ້ນຮ້ອຍຕີຂື້ນຮ້ອຍໂທ 1 ສະຫາຍ, ຊັ້ນສິບເອກຂື້ນວາທີ 1 ສະຫາຍ ແລະ ຊັ້ນສິບໂທຂື້ນສິບເອກ 1 ສະຫາຍ.

 

About admin11