ປກສ 2 ເມືອງພູດອຍ ສະຫລຸບວຽກງານ 6 ເດືອນ ຕົ້ນປີ 2020

ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາປະຈໍາ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2020 ຂອງກອງບັນຊາການ ປກສ ເມືອງໄຊຈໍາພອນ, ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 17 ສິງຫາ 2020 ໂດຍການເປັນປະທານຂອງທ່ານ ພັທ ທອງສຸກ ທິດສາທໍາ ຫົວໜ້າກອງບັນຊາການ ປກສ ເມືອງໄຊຈໍາພອນ, ໃຫ້ກຽດເຂົ້າຮ່ວມໂດຍຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈໍາພອນ ແລະ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ, ບັນດາແຂກທີຖຶກເຊີນ, ພະນັກງານນັກຮົບ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາ 06 ເດືອນຕົ້ນປີຜ່ານມາ ເຫັນວ່າ ມີຫລາຍວຽກງານ ໄດ້ຖືກຈັດຕັ້ງປະຕິບັດດ້ວຍຜົນສຳເລັດທີ່ມີປະສິດທິພາບສູງ, ທີ່ພົ້ນເດັ່ນ ແມ່ນ ປ່ຽນ ແລະ ອອກປື້ມສໍາມະໂນຄົວໃໝ່ 10 ຫົວ, ຈໍານວນພົນ 97 ຄົນ, ຍິງ 54 ຄົນ, ອາຍຸ 15 ປີຂື້ນໄປ 52 ຄົນ, ຍິງ 28 ຄົນ, ຮ່າງນ້ອຍ 36 ໃບ, ຮ່າງໃຫຍ່ 10 ໃບ, ໄດ້ຕິດຕາມກວດກາຄົນເຂົ້າ-ອອກເມືອງ 195 ຄົນ, ຍິງ 53 ຄົນ, ໄດ້ປັບປຸງຊັບປ່ຽນພະນັກງານປະຈໍາຢູ່ຈຸດກວດກາ ຈຳນວນ 02 ແຫ່ງ ແລະ 01 ດ່ານ ເຊິ່ງມາສາດເກັບກໍາຄົນເຂົ້າ-ອອກທັງໝົດ 48 ຄົນ, ຍິງ 09 ຄົນ, ລົດເຂົ້າ-ອອກທັງໝົດ 46 ເທື່ອຄັນ. ສຳລັບທິດທາງແຜນການໃນ 06 ເດືອນທ້າຍປີ 2020 ແມ່ນຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ 04 ຄາດໝາຍ, 04 ແຜນງານໃຫຍ່ 41 ໂຄງການ ໃຫ້ບັນລຸຜົນ.

ໃນຕອນບ່າຍຂອງວັນດຽວກັນນີ້ ກອງບັນຊາການ ປກສ ເມືອງວຽງທອງ ກໍໄດ້ເປີດກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ 2020 ໂດຍການເປັນປະທານຂອງທ່ານ ພັທ ຈອນ ອຸດຕະຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.

6 ເດືອນຜ່ານມາ ກອງບັນຊາການ ປກສ ເມືອງວຽງທອງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ຫລາຍວຽກງານ ໄດ້ຖືກຈັດຕັ້ງປະຕິບັດດ້ວຍຜົນສຳເລັດທີ່ຈົບງາມ ອັນທີ່ພົ້ນເດັ່ນ ແມ່ນ ມາສາມາດແກ້ໄຂ ແລະ ມ້າງຄະດີໄດ້ 41 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 24 ຄົນ, ຍິງ 02 ຄົນ, ໃນນີ້ ເປັນຄະດີອາຍາ 15 ເລື່ອງ, ຜູ້ຖືກຫາ 12 ຄົນ, ຂອງກາງມີລົດຈັກ 01 ຄັນ, ປືນແກັບ 41 ກະບອກ, ປືນຍິງລູກຕະປູ 07 ກະບອກ, ຄະດີເສດຖະກິດເກີດຂື້ນ 09 ເລື່ອງ, ຂອງກາງມີໄມ້ແປຮູບ 88 ຕັບ, ບໍລິມາດ 7,219 ແມັດກ້ອນ, ເຄືອແຮ້ມ 10,475 ກິໂລກຼາມ, ຄະດີຢາເສບຕິດເກີດຂື້ນ 17 ເລື່ອງ, ຜູ້ຖຶກຫາ 12 ຄົນ, ຍິງ 02 ຄົນ, ຂອງກາງມີຢາບ້າ 1,163 ເມັດ, ຢາຝີ່ນ 01 ກັບນ້ອຍ, ຄັນຊາ 15 ເປົ້າ ນໍ້າໜັກ 278 ກິໂລກຼາມ, ຈັກສະຕີ່ນ 01 ເຄື່ອງ, ຄະດີອຸປະຕິເຫດເກີດຂື້ນ 18 ເລື່ອງ ໄດ້ຮັບບາດເຈັບທັງໝົດ 67 ຄົນ ຍິງ 41 ຄົນ ເສຍຊິວິດ 12 ຄົນ ຍິງ 06 ຄົນ ພາຫະນະເປ່ເພທັງໝົດ 31 ຄັນ, ພ້ອມນັ້ນຍັງໄດ້ຊີ້ນໍາ-ນໍາພາແຕ່ງຕັ້ງໜ່ວຍສະເພາະກິດຈັດຕັ້ງເຄື່ອນໄຫວຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງວຽງທອງ ໃຫ້ມີຄວາມປອດໄພ ປັດສະຈາກຜູ້ຕິດເຊື້ອພະຍາດດັ່ງກ່າວ ອັນໄດ້ເຮັດໃຫ້ສັງຄົມມີຄວາມສະຫົງບປອດໄພດີ.

About admin11