ປກສ ແຂວງ ຮັບຟັງການໂຄສະນາໃຫ້ຄວາມຮູ້ພື້ນຖານຂອງບັນດາເຊື້ອພະຍາດ

ວັນທີ 19 ສິງຫາ 2021 ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ກະຊວງສາທາລະນະສຸກ ສົມທົບກັບພະແນກສາທາລະນະສຸກແຂວງບໍລິຄໍາໄຊ ໄດ້ໂຄສະນາໃຫ້ຄວາມຮູ້ພື້ນຖານຂອງເຊື້ອພະຍາດເອດ, ໂຄວິດ- 19, ພະຍາດວັນນະໂລກ ແລະ ພະຍາດໄຂ້ມາລາເຣຍ ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັທ ປທ ຄຳໝັ້ນ ໄຂທະວີສຸກ, ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ, ມີທ່ານ ດຣ ແຜງເພັດ ເພັດວິໄຊ, ຫົວໜ້າຂະແໜງໂຄສະນາ-ອົບຮົມ, ສູນຕ້ານເອດ ແລະ ພຕພ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ, ມີຄະນະຫ້ອງ, ຄ້າຍຄຸມຂັງດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ທ່ານ ດຣ ແຜງເພັດ ເພັດວິໄຊ ແລະ ທ່ານ ນາງ ດຣ ພຸດທະລີ ແກ້ວມຸກດາ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ສະພາບການຂອງໂລກພວມຜັນແປໄປຢ່າງບໍ່ຢຸດຢັ້ງ, ບໍ່ວ່າທາງດ້ານການເມືອງເສດຖະກິດ ແລະ ທາງສັງຄົມ ເຊີ່ງມັນສົ່ງຜົນສະທ້ອນຕໍ່ການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊິວິດຂອງປະຊາຊົນບັນດາເຜົ່າ.

ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ ບັນດາພະຍາດລະບາດກໍ່ແມ່ນໄພຄຸກຄາມມີຜົນກະທົບໃນທຸກດ້ານເຊັ່ນ: ພະຍາດເອດ, ໂຄວິດ-19, ພະຍາດວັນນະໂລກ ແລະ ພະຍາດໄຂ້ມາລາເຣຍ, ໜ້າທີ່ສຳຄັນພວກເຮົາ ແມ່ນຈະຕ້ອງຮ່ວມແຮງຮ່ວມໃຈກັນຮຽນຮູ້ວິທີປ້ອງກັນ ແລະ ຕ້ານບັນດາພະຍາດລະບາດດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ ເຊັ່ນ: ພະຍາດໂຄວິດ-19 ແມ່ນພະຍາດຕິດຕໍ່ທີ່ເກີດຈາກເຊື້ອຈຸລະໂລກຕະກຸນໂຄໂລນາຊະນິດໜື່ງ ທີ່ປົກກະຕິກໍ່ມີຢູ່ໃນສັດປ່າຕາມທຳມະຊາດ, ປະຈຸບັນເອີ້ນວ່າ: ໂຄວິດ-19 ເຊີ່ງສາມາດຕິດຕໍ່ຈາກຄົນສູ່ຄົນ, ເຊື້ອພະຍາດແມ່ນຈະຕິດຕໍ່ຜ່ານທາງຝອຍນໍ້າ, ຈາກການໄອ – ຈາມ, ຜ່ານທາງນໍ້າລາຍ ຫຼື ນໍ້າມູກ, ພະຍາດດັ່ງກ່າວແມ່ນຈະຕ້ອງໄດ້ປ້ອງກັນຮັກສາໄລຍະຫ່າງຈາກຄົນອື່ນ 1-2 ແມັດ, ໃສ່ຜ້າອັດປາກ-ດັງ, ບໍ່ໄປບ່ອນທີ່ມີຄົນແອອັດ, ໝັ່ນລ້າງມືດ້ວຍສ່ວນປະສົມຂອງເຫຼົ້າ 70-90 ອົງສາ.

ພະຍາດ ເຮສໄອວີ ( ເອດ ) ແມ່ນເຊື້ອໄວລັດທີ່ເຂົ້າໄປຮ່າງກາຍຂອງຄົນເຮົາ ເຊີ່ງທໍາລາຍພູມຕ້ານທານຂອງຄົນເຮົາ ພາຍຫຼັງໄດ້ຮັບເຊື້ອ, ມີອາການໄຂ້ແກ່ຍາວຫຼາຍມື້, ໄອ, ຖອກທ້ອງຫຼາຍວັນ, ມີຕຸ່ມແບບຕານເຕັ້ນຕາມຜີວໜັງ, ມີຝ້າສີຂາວຕາມຜົ້ງປາກ, ມີກະດັນຄໍໃຫ່ຍຂື້ນ, ເຈັບຫົວຮຸນແຮງ, ພະຍາດເອດສາມາດຕິດຕໍ່ໄດ້ ຄື: ຕິດຕໍ່ທາງເພດສຳພັນທີ່ບໍ່ມີການປ້ອງກັນ, ຕິດຕໍ່ທາງສາຍເລືອດ ແລະ ຕິດຕໍ່ຈາກແມ່ສູ່ລູກ.

ພະຍາດວັນນະໂລກ ແມ່ນເປັນພະຍາດຕິດແປດ ສາມາດເກີດຂື້ນໄດ້ກັບທຸກເພດທຸກໄວ ຈາກຄົນສູ່ຄົນ ເຊັ່ນ: ວັນນະໂລກປອດ ຫຼື ປອດແຫ້ງ ໂດຍຜ່ານທາງລະບົບຫາຍໃຈ, ເວລາຕິດເຊື້ອຈະມີອາການໄອ ຫຼື ຈາມ ເຊີ່ງຜູ້ທີ່ຢູ່ໃກ້ເວລາຫາຍໃຈເອົາ ອາດສ່ຽງຕໍ່ການຕິດເຊື້ອເປັນວັນນະໂລກໄດ້ ແລະ ໄຂ້ມາລາເຣຍ ແມ່ນສາມາດປ້ອງກັນໄດ້ໂດຍບໍ່ໃຫ້ຍຸງກັດ, ນອນໃນມຸ່ງເຄືອບດ້ວຍນໍ້າຢາທຸກຄືນບໍ່ວ່າຈະຢູ່ເຮືອນ ຫຼື ຢູ່ປ່າ, ທຳລາຍແຫຼ່ງເພາະພັນຂອງຍຸງ ແລະ ອື່ນໆ.

ການໂຄສະນາໃຫ້ຄວາມຮູ້ພື້ນຖານຂອງເຊື້ອພະຍາດເອດ, ໂຄວິດ- 19, ພະຍາດວັນນະໂລກ ແລະ ພະຍາດໄຂ້ມາລາເຣຍ ໃຫ້ກັບພະນັກງານ-ນັກຮົບ ໃນກໍາລັງ ປກສ ແຂວງບໍລິຄໍາໄຊ ໃນຄັ້ງນີ້ ກໍ່ເພື່ອໃຫ້ບັນດາຄະນະພັກ, ຄະນະບັນຊາ ນາຍ ແລະ ພົນຕໍາຫຼວດທຸກສະຫາຍ ນໍາໄປຈັດຕັ້ງປະຕິບັດໃຫ້ຖຶກຕ້ອງ ແລະ ເຂັ້ມງວດ, ເພື່ອພ້ອມກັນປ້ອງກັນສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ, ຫຼີກລ່ຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດຕ່າງໆຢ່າງສີ້ນເຊີງ.

About admin11