ປກສ ແຂວງ ສະຫຼຸບການເຄື່ອນໄຫວແຂ່ງຂັນກີລາບານເຕະລີກ 2 ປະຈຳປີ 2022

ວັນທີ 6 ກຸມພາ 2023 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ໄດ້ຈັດພິທີສະຫຼຸບການເຄື່ອນໄຫວແຂ່ງຂັນກິລາບານເຕະ ຂອງທີມສະໂມສອນ ປກສ ແຂວງບໍຄຳໄຊ ໃນລາຍການບໍລິຄຳໄຊ ລີກ 2 ຊີງຂັນທ່ານເຈົ້າແຂວງ ປະຈຳປີ 2022 ເປັນປະທານໂດຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ.

ທ່ານ ພັນໂທ ຄຳໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການກອງບັນຊາການ ປະທານ ສະໂມສອນບານເຕະ ປກສ ແຂວງ ໄດ້ຜ່ານບົດສະຫຼຸບວ່າ: ການແຂ່ງຂັນກິລາບານເຕະ ລາຍການບໍລິຄຳໄຊ ລີກ 2 ມີທັງໝົດ 9 ສະໂມສອນເຂົ້າຮ່ວມ.

ຜ່ານການແຂ່ງຂັນ ຊະນະເລີດອັນດັບ 1 ທີມເມືອງບໍລິຄັນ ມີ 21 ຄະແນນ ໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມດ້ວຍຂັນ 1 ໜ່ວຍ, ອັນດັບທີ 2 ທີມທະຫານແຂວງ ມີ 20 ຄະແນນ ໄດ້ຮັບເງິນລາງວັນ 10 ລ້ານກີບ, ອັນດັບທີ 3 ທີມປາກຊັນ FC ມີ 19 ຄະແນນ ໄດ້ຮັບເງິນລາງວັນ 5 ລ້ານກີບ, ອັນດັບທີ 4 ທີມ ປກສ ແຂວງ ມີ 16 ຄະແນນ, ທີ 5 ທີມສຶກສາແຂວງ ມີ 9 ຄະແນນ.

ຕອນທ້າຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ນັກກິລາທຸກສະຫາຍ ຈົ່ງພ້ອມກັນປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລ້ວນຳໄປຈັດຕັ້ງໃຫ້ໄດ້ຮັບຜົນສຳເລັດດີກ່ວາເກົ່າ ຕາມລະດັບຄາດໝາຍທີ່ວາງໄວ້.

About admins14