ປກສ ແຂວງ ລົງຊີ້ນຳວຽກງານວິຊາສະເພາະໃຫ້ພະແນກຕຳຫຼວດ ປກສ ເມືອງ ວຽງທອງ

 

ໃນວັນທີ່ 10 ທັນວາ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ທີມງານ ປກສ ແຂວງ ໄດ້ລົງຊີ້ນຳວຽກງານຕາມສາຍຕັ້ງຂອງພະແນກຕຳຫຼວດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ, ມີ ຫົວໜ້າ, ຮອງຫົວໜ້າ 8 ພະແນກການຂອງກອງບັນຊາການ ປກສ ແຂວງ ແລະ ອ້າຍນ້ອງພະແນກຕໍາຫຼວດທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ທ່ານ ພັຕ ຄຳພວຍ ກໍເພັງນະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງ ໄດ້ລາຍງານສະພາບລວມໃນການເຄື່ອນໄຫວໃນ 1 ປີຜ່ານມາ ວ່າ: 1 ປີຜ່ານມາ ມີຄະດີເກີດຂື້ນທັງໝົດ 111 ເລື່ອງ, ຄະດີອາຍາ-ເສດຖະກິດມີ 43 ເລື່ອງ, ຄະດີຢາເສບຕິດ 29 ເລື່ອງ, ຄະດີອຸບັດຕິເຫດ 30 ເລື່ອງ ແລະ ກັກຕົວຜູ້ຕ້ອງຫາໄດ້ 53 ຄົນ, ຍິງ 4 ຄົນ, ແກ້ໄຂຄະດີໄດ້ທັງໝົດ 51 ເລື່ອງ, ສົ່ງ ປກສ ແຂວງ 27 ເລື່ອງ, ພ້ອມສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ 13 ເລື່ອງ ແລະ ກໍາລັງດໍາເນີນຄະດີ 18 ເລື່ອງ.

ຫຼັງຈາກນັ້ນ ຄະນະທີມງານຈາກພະແນກການທີ່ກ່ຽວຂ້ອງຂອງ ປກສ ແຂວງ ໄດ້ຜັດປ່ຽນກັນຂື້ນຊີ້ນຳແຕ່ລະວຽກງານ ແລະ ພ້ອມກັນແລກປ່ຽນບົດຮຽນໃນການເຄື່ອນໄຫວວິຊາສະເພາະຂອງພະແນກຕຳຫຼວດພາຍໃນເມືອງ ແລະ ແຂວງ ໃຫ້ໄປລວງດຽວກັນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງຂື້ນ.

 

About admin11