ປກສ ແຂວງ ຝຶກອົບຮົມການສ້າງເອກະສານທາງການໃຫ້ແກ່ນາຍ ແລະ ພົນຕຳຫຼວດ

ພິທີເປີດຝືກອົບຮົມວຽກງານຫຼັກການສ້າງນິຕິກຳ ແລະ ຫຼັກການໃນການສ້າງເອກະສານທາງການ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ, ໄດ້ຈັດຂື້ນຕອນເຊົ້າວັນທີ 25 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມເບີ 01 ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພັນໂທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີສຸນົນ ແກ້ວໄຊຍະວົງ ຮອງຫົວໜ້າພະແນກພາຍໃນແຂວງ ພ້ອມດ້ວຍຄະນະ, ມີຄະນະຫ້ອງ, ກອງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 04, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ບັນດາຄູຝືກອົບຮົມຈາກພະແນກພາຍໃນແຂວງ ໄດ້ພັດປ່ຽນກັນຂື້ນນຳສະເໜີບັນດາເອກະສານທີ່ສຳຄັນ ເຊັ່ນ: ຫຼັກການສ້າງນິຕິກຳ, ຄວາມຮູ້ພື້ນຖານໃນການສ້າງເອກະສານທາງການ ແລະ ນຳສະເໜີເຕັກນິກການຕັ້ງຄ່າໄມໂຄຼຊອບເວີດ, ເພື່ອເຮັດໃຫ້ບັນດານາຍ ແລະ ພົນຕຳຫຼວດ ກຳໄດ້ຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງ, ການນຳໃຊ້, ການຄຸ້ມຄອງ ແລະ ຕິດຕາມກວດກາເອກະສານ, ກຳໄດ້ການເຄື່ອນໄຫວຢ່າງເປັນລະບົບ, ມີປະສິດທິພາບ ແລະ ທັນສະໄໝ.

ເຮັດໃຫ້ຮູບແບບເອກະສານທາງລັດຖະການເປັນເອກະພາບກັນ ແລະ ສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ສອດຄ່ອງກັບກົນໄກການສື່ສານດ້ານບໍລິຫານ, ມີເນື້ອໃນສັ້ນກະທັດຮັດ, ຈະແຈ້ງ, ຄົບຖ້ວນ ແລະ ເຂົ້າໃຈງ່າຍ, ເຮັດໃຫ້ພະນັກງານລັດຖະກອນຢູ່ໃນອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖີ່ນເຂົ້າໃຈ, ຮັບຮູ້ ແລະ ເປັນເອກະພາບໃນຮູບແບບເອກະສານທາງລັດຖະການ.

About admins16