ປກສ ແຂວງ ບໍລິຄໍາໄຊ ຈັດກອງປະຊຸມວາງແຜນປ້ອງກັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ກອງປະຊຸມ ວາງແຜນປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2022 ຢູ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເປັນປະທານໂດຍທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະກອງບັນຊາການ, ຄະນະຫ້ອງ ແລະ ພົນຕໍາຫຼວດພາຍໃນກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ທີ່ປະຊຸມ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 77/ປກສ ລົງວັນທີ 25 ມັງກອນ 2022 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ – ບັນຊາລວມ, ກອງເສນາຊ່ວຍວຽກຈາກກົມ – ກອງວິຊາສະເພາະອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງໃກ້ຄຽງໄປປ້ອງກັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເລກທີ 6432/ ປກສ ລົງວັນທີ 02 ຕຸລາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ – ບັນຊາລວມ, ກອງເສນາຊ່ວຍວຽກ, ໃຫ້ຮັບປະກັນຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍດີ, ພ້ອມນັ້ນ ໄດ້ຮັບຟັງການຜ່ານແຜນປ້ອງກັນງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໂດຍອິງຕາມແຜນແມ່ບົດປ້ອງກັນງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 11/ປກສ, ລົງວັທີ 27 ມີຖຸນາ 2022 ແລະ ວຽກງານອື່ນໆ.

ຕອນທ້າຍທີ່ປະຊຸມ ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ໃຫ້ກຽດໂອ້ລົມພ້ອມທັງໃຫ້ທິດຊີ້ນໍາຕໍ່ທີປະຊຸມ ເຊີ່ງທ່ານໄດ້ເນັ້ນໜັກໃຫ້ປະສານສົມທົບແໜ້ນກັບທຸກກໍາລັງ, ສ້າງຄວາມຕັດສິນໃຈເປັນເອກະພາບ, ສຸມທຸກກໍາລັງປ້ອງກັນໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍສູງສຸດ, ເຮັດໃຫ້ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ມີເນື້ອໃນສົມບູນ, ຄົບຖ້ວນ, ຮັກສາຄວາມສາມັກຄີຂອງວົງຄະນະຍາດແຫ່ງຊາດ, ໃຫ້ໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ສູນກາງພັກວາງອອກມີປະສິດທິພາບສູງ.

About admins14