ປກສ ແຂວງ ບໍລິຄໍາໄຊ ຄົ້ນຄວ້າປຶກສາຫາລື ກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

  

ໃນຕອນບ່າຍຂອງວັນທີ 28 ທັນວາ 2020 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລຶ ກະກຽມແຜນການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021 ) ເປັນປະທານໂດຍທ່ານ ພັອ ກົງຈັນ ໄຊປັນຍາ  ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

ທີ່ປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄຳໄຊ ສະບັບ ເລກທີ 721/ຂບຊ, ລົງວັນທີ 26 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ບັນດາອານຸກຳມະການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ທີ່ຈະມາເຖີງນີ້ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ, ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ, ເບີກບານມ່ວນຊື່ນ ແລະ ສົມກຽດ, ແນ່ໃສ່ເຮັດໃຫ້ທົ່ວປວງຊົນຮັບຮູ້ເຂົ້າໃຈ ແລະ ເຊື່ອມຊືມຢ່າງຈະແຈ້ງເລິກເຊິ່ງ ຕໍ່ມູນເຊື້ອປະຕິວັດ, ນໍ້າໃຈເສຍສະຫຼະອົງອາດກ້າຫານ, ປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ສູ້ຮົບມີໄຊ ແລະ ຜົນງານ, ໄຊຊະນະອັນໃຫຍ່ຫຼວງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ຍາດມາໄດ້ຕະຫຼອດ 60 ປີ.

ຈາກນັ້ນບັນດາອະນຸກໍາມະການຮັບຜິດຊອບວຽກງານຕ່າງໆ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ, ຄົ້ນຄວ້າປຶກສາຫາລືວາງແຜນການຢ່າງລະອຽດຖີ່ຖ້ວນ, ພາວະວິໄສ ເປັນຕົ້ນແມ່ນແຜນງົບປະມານຮັບໃຊ້, ແຜນການປ້ອງກັນຮັກສາຄວາມສະຫງົບ, ແຜນການສ້າງຂະບວນການທາງດ້ານກິລາ, ສີນລະປະວັນນະຄະດີ, ການກະກຽມທາງດ້ານເນື້ອໃນໂຄສະນາປາຖະກະຖາ, ວຽກງານປະດັບປະດາສະຖານທີ່ຕ່າງໆຢ່າງເໝາະສົມ, ພ້ອມທັງຄົ້ນຄວ້າຄາດກະສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ກໍາລັງລະບາດໃນທົ່ວໂລກ, ພາກພື້ນ, ປະເທດໃກ້ຄຽງ ແລະ ໃນປະເທດເຮົາ, ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວບໍ່ໃຫ້ເກີດຂື້ນໃນຂອບເຂດທົ່ວປະເທດ ໂດຍສະເພາະພາຍໃນແຂວງ ບໍລິຄໍາໄຊ, ທັງໝົດນັ້ນ ເພື່ອກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງສະເຫີຼມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ທີ່ຈະມາເຖີງໃຫ້ມີຄວາມໝາຍ ,ຄວາມສໍາຄັນຢ່າງເລີກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ມີຄວາມສະຫງົບປອດໄພ 100 %.

ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກໍ່ໄດ້ມີຄໍາເຫັນ, ພ້ອມທັງເນັ້ນໜັກໃຫ້ຄະນະບັນຊາທຸກຂັ້ນ ແລະ ບັນດາຄະນະຮັບຜິດຊອບທຸກສະຫາຍ ຈົ່ງພ້ອມກັນນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດ, ເປັນເຈົ້າການກະກຽມຕາມດ້ານວຽກງານຕ່າງໆ ເພື່ອເຮັດໃຫ້ການສະເຫີຼມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ, ຄາດໝາຍຮັບປະກັນຄວາມສະຫງົບປອດໄພທາງດ້ານສັງຄົມ ແລະ ປັດສະຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ໄດ້ 100 %.

 

About admin11