ປກສ ແຂວງ ບໍລິຄຳໄຊ ເປີດບັ້ນດໍາເນີນຊີວິດການເມືອງ ຂ່ຳນັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫົງບ ຄົບຮອບ 60 ປີ

ກອງປະຊຸມບັ້ນດຳເນີນຊີວິດການເມືອງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫົງບ ຄົບຮອບ 60 ປີ ໄດ້ຈັດຂື້ນໃນລະຫວ່າງ ວັນທີ 15-16 ມີນາ 20201 ນີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ໂດຍການເປັນປະທານຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ.

ບັ້ນດຳເນີນຊີວິດການເມືອງ ໄດ້ເຊື່ອມຊືມເອກະສານທີ່ສໍາຄັນ ຄື: ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ເອກະສານ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດສີນທໍາປະຕິວັດ ແລະ ປັບປຸງວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດໃນໄລຍະໃໝ່, ເອກະສານສຶກສາອົບຮົບກ່ຽວກັບມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວຄົບຮອບ 60 ປີ, ເຊີ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ກ່ຽວກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດສີນທໍາປະຕິວັດ ເຊິ່ງແມ່ນອົງປະກອບສ່ວນໜຶ່ງທີ່ສໍາຄັນ ໃນຄຸນທາດການເມືອງຂອງພະນັກງານ ສໍາມະຊິກພັກ ແລະ ພະນັກງານ-ນັກຮົບ ທີ່ຊື່ສັດບໍລິສຸດ ມີນໍ້າໃຈຮັກຊາດ ແລະ ສາກົນກໍາມະຊີບອັນຜ່ອງໃສດຸໝັ່ນຂະຫຍັນພຽນ, ມີລະບຽບວິໄນເຂັ້ມງວດ, ມີນໍ້າໃຈເສຍສະຫຼະ, ເປັນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນບັນດາເຜົ່າ.

ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເພາະເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ ອີກທັງເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກໃຫ້ກວ້າງຂວາງຂື້ນ, ເປັນການກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານວິຊາສະເພາະຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ, ຮູ້ຈັກຊີ້ນໍາ-ນໍາພາ, ມີຄຸນສົມບັດສີນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ, ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ.

ພາຍຫຼັງເປີດກອງປະຊຸມບັ້ນດໍາເນີນຊີວິດການເມືອງທົ່ວຄະນະພັກກອງບັນຊາການ ປກສ ແຂວງແລ້ວ ບັນດາສະຫາຍຄະນະພັກ, ສະມາຊິກພັກ ຈະໄດ້ພ້ອມກັນຂຽນໃບສຳຫຼວດຕົນເອງ, ຜ່ານໃບສໍາຫຼວດກວດກາຕີລາຄາຕົນເອງ ແລະ ຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຢັ້ງຢືນຄຸນນະພາບຂອງສະມາຊິກ, ພະນັກງານ-ນັກຮົບ ນາຍ ແລະ ພົນຕໍາຫຼວດ ຕື່ມອິກ.

About admin11