ປກສ ແຂວງ ທາບທາມຄັດເລືອກເອົາຄະນະກອງບັນຊາການ

ຕອນເຊົ້າວັນທີ 5 ກຸມພາ 2021 ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ເປີດກອງປະຊຸມ ປ່ອນບັດທາບທາມຄັດເລືອກເອົາຄະນະກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານຂອງ ທ່ານ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ.

ທ່ານ ພັທ ຄໍາແພງ ນໍາພາວັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂື້ນຜ່ານມະຕິຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 38/ຄພປກສ, ລົງວັນທີ 02 ພະຈິກ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ-ບັນຊາ ແລະ ແຈ້ງການຂອງກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 4491/ກມປສ, ລົງວັນທີ 17 ພະຈິກ 2020 ວ່າດ້ວຍການຄົ້ນຄວ້າຄັດເລືອກເອົາເປົ້າໝາຍນາຍຕໍາຫຼວດທີ່ຈະເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຊິ່ງຕ້ອງມີມາດຖານ ດັ່ງນີ້: ຕ້ອງແມ່ນຊັ້ນ ພັນໂທ ຂື້ນໄປ, ມີຄຸນທາດການເມືອງໜັກແໜ້ນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ລະບອບປະຊາທິປະໄຕປະຊາຊົນຢ່າງໜັກແໜ້ນ, ມີທັດສະນະຫຼັກໝັ້ນຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີລະດັບວິຊາສະເພາະໃດໜື່ງທີ່ແນ່ນອນ, ມີຄວາມຮູ້ທາງດ້ານທິດສະດີຊັ້ນສູງ ຫຼື ທຽບເທົ່າ, ມີສຸຂະພາບແຂງແຮງດີ, ມີຫົວຄິດປະດິດສ້າງແບບແຜນທີ່ທັນສະໄໝ, ເຄີຍດຳລົງຕຳແໜ່ງໃດໜື່ງເປັນຫົວໜ້າຫ້ອງ, ກອງ, ປກສ ເມືອງ ອາຍຸກະສຽນຕ່ຳສຸດ 40 ປີ ສູງສຸດ 50 ປີ ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ກໍາແໜ້ນແນວທາງນະໂຍບາຍຂອງພັກ -ກົດໝາຍຂອງລັດ, ມີການປຶກສາຫາລືຶເປັນໝູ່ຄະນະ, ເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.

ທີ່ປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 153/ປກສ, ລົງວັນທີ 20 ມັງກອນ 2021 ວ່າດ້ວຍການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນ ຈາກຊັ້ນ ພັທ ຂື້ນເປັນຊັ້ນ ພັອ ໃຫ້ນາຍຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ຈໍານວນ 02 ສະຫາຍ, ໂອກາດດດັ່ງກ່າວທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກໍ່ໄດ້ມີຄໍາເຫັນ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາທຸກຂັ້ນ, ບັນດາຄະນະຮັບຜິດຊອບ ແລະ ນາຍຕໍາຫຼວດທຸກສະຫາຍ ຈົ່ງພ້ອມກັນເປັນເຈົ້າການໃຊ້ສິດປະຊາທິປະໄຕຂອງຕົນຄັດເລຶອກເອົາຜູ້ທີ່ມີມາດຖານເງືອນໄຂຄົບຖ້ວນ ໃຫ້ໄດ້ຜູ້ທີ່ຈະມາຊີ້ນໍາ-ບັນຊາໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ມີຜົນງານອັນໃໝ່ ໃຫຍ່ຫຼວງກ່ວາເກົ່າ.

About admin11