ປກສ ແຂວງບໍລິຄໍາໄຊ ລົງເຜີຍແຜ່ກົດລະບຽບຈະລາຈອນ ຢູ່ຄ້າຍທະຫານ ຄໍ 255

ວັນທີ 1 ກັນຍາ 2022 ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ທີ່ປອດໄພ ຢູ່ທີ່ຄ້າຍທະຫານ ຄໍ 255, ໂດຍການນໍາພາຂອງ ທ່ານ ພັນໂທ ທິບຊົມພູ ຈັນທະລັງສີ ຮອງຫົວໜ້າພະເເນກຕໍາຫຼວດຈະລາຈອນ ປກສ ແຂວງ ພ້ອມດ້ວຍຄະນະ, ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງທ່ານ ພັນຕີ ຄໍາພູ ທອງວິໄລ ຫົວໜ້າການທະຫານ ຄໍ 255, ມີນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ທ່ານ ພັນໂທ ທິບຊົມພູ ຈັນທະລັງສີ ຮອງຫົວໜ້າພະເເນກຕໍາຫຼວດຈະລາຈອນ ປກສ ແຂວງ ກ່າວວ່າ: ການລົງເຜີຍແຜ່ກົດລະບຽບຈະລາຈອນໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ຜູ້ນໍາໃຊ້ລົດໃຊ້ຖະໜົນ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບຜົນຮ້າຍ ແລະ ຜົນເສຍຫາຍທີ່ເກີດຈາກອຸປະຕິເຫດ ໃຫ້ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.

ທ່ານໄດ້ຍົກໃຫ້ເຫັນໃນໄລຍະ 06 ເດືອນຕົ້ນປີ 2022 ທົ່ວແຂວງມີຄະດີອຸປະຕິເຫດເກີດຂຶ້ນທັງໝົດ 245 ເລືື່ອງ, ພາຫະນະເປ່ເພທັງໝົດ 410 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 441 ຄົນ, ເສຍຊີວິດ 20 ຄົນ, ຍິງ 09 ຄົນ, ສາເຫດຕົ້ນຕໍຂອງການເກີດອຸປະຕິເຫດ ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ, ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ ທີ່ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງຜູ້ຂັບຂີ່.

ການລົງເຜີຍແຜ່ລະບຽບຈາລະຈອນໃນຄັ້ງນີ້ທ່ານໄດ້ນໍາເອົາກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາ, ສາລະບານເດີນລົດ, ລະບຽບວ່າດ້ວຍການຂັບຂີ່ລົດຈັກ ແລະ ລົດໃຫ່ຍ. ດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ.

ພ້ອມທັງໄດ້ສາຍພາບວີດີໂອຈາກການບັນທຶກພາບການເກີດອຸປະຕິເຫດ ທີ່ຢູ່ຕາມບັນດາໄຟແດງ ແລະ ເສັ້ນທາງສາຍຕ່າງໆ, ໃຫ້ບັນດານາຍ ແລະ ພົນທະຫານໄດ້ຮັບຮູ້ເຂົ້າໃຈຕໍ່ກົດລະບຽບຈາລະຈອນ ແລະ ນໍາເອົາໄປໝູນໃຊ້ເຂົ້າໃນຊີວິດປະຈໍາວັນ ໃນການນໍາໃຊ້ລົດ, ໃຊ້ຖະໜົນ ຢ່າງມີສະຕິ, ມີຄວາມລະມັດລະວັງ, ມີມາລະຍາດທີ່ດີໃນການຂັບຂີ່, ເຄົາລົບ ແລະ ປະຕິບັດກົດລະບຽບຈະລາຈອນ ຢ່າງເຂັ້ມງວດ ແນ່ໃສ່ເຮັດໃຫ້ບັນຫາການເກີດອຸປະຕິເຫດຕາມທ້ອງຖະໜົນຢູ່ພາຍໃນແຂວງ ບໍລິຄໍາໄຊ ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admins16