ປກສ ແຂວງບໍລິຄໍາໄຊ ຈັດພິທີໂຄສະນາປູກຈິດສໍານຶກບັງຄັບໃຊ້ກົດໝາຍຈະລາຈອນທາງບົກ

ໃນຕອນເຊົ້າວັນທີ 06 ຕຸລາ 2022 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ ປູກຈິດສໍານຶກບັງຄັບໃຊ້ກົດໝາຍຈະລາຈອນທາງບົກ ໃຫ້ແກ່ນາຍ ແລະ ພົນຕໍາຫຼວດ, ເປັນປະທານໂດຍທ່ານ ພັນເອກ ຄໍາແພງ ນໍາພາວັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ນາຍ ແລະ ພົນຕໍາຫຼວດ ຈາກບັນດາຫ້ອງ, ກອງ, ຄ້າຍຄຸມຂັງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ເຂົ້າຮ່ວມ.

ທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ຂື້ນເຜີຍແຜ່ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດລະບຽບຈະລາຈອນ, ປ້າຍ, ເຄື່ອງໝາຍຈະລາຈອນ, ສາລະບານເດີນລົດ, ດຳລັດເລກທີ 568/ລບວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເຊິ່ງປະກອບມີ V ພາກ, VII ໝວດ, 52ມາດຕາ.

ອະທິບາຍກ່ຽວກັບລະບຽບວ່າດ້ວຍການຍ່າງ, ການຂັບຂີ່ລົດຖີບ, ລົດຈັກ, ລົດໃຫຍ່, ການສັນຈອນຕາມເສັ້ນທາງ, ລະບຽບການຄວບຄຸມສັດລ້ຽງ, ບັນດາໝວດປ້າຍ ແລະ ເຄື່ອງໝາຍການຈະລາຈອນ ເຊັ່ນ: ປ້າຍເຕືອນອັນຕະລາຍ, ປ້າຍຫ້າມ, ປ້າຍກຳນົດ,ປ້າຍບອກສິດ, ປ້າຍແນະນຳຈຸດໝາຍປາຍທາງ, ການກຳນົດໃຊ້ຄວາມໄວໃນເວລາຂັບຂີ່, ຂໍ້ກໍານົດສໍາລັບອາຍຸຜູ້ຂັບຂີ່ລົດແຕ່ລະປະເພດ ເຊັ່ນ: ຜູ້ຂັບຂີ່ລົດຖີບຕ້ອງມີອາຍຸ 12 ປີຂື້ນໄປ, ຜູ້ຂັບຂີ່ລົດຈັກຕ້ອງມີອາຍຸ 15 ປີຂື້ນໄປ, ຜູ້ຂັບຂີ່ລົດກະບະສີ່ລໍ້ຕ້ອງມີອາຍຸ 18 ປີຂື້ນໄປ, ຜູ້ຂັບຂີ່ລົດໂດຍສານ, ບັນທຸກ, ລົດບັດ ຕ້ອງມີອາຍຸ 25 ປີ ຂື້ນໄປ.

ຫ້າມຂັບລົດໃນເວລາມືນເມົາ, ບໍ່ຂັບລົດເວລາສຸຂະພາບອ່ອນເພຍບໍ່ແຂງແຮງ, ຫ້າມຂີ່ລົດຈັກຊ້ອນກັນ 3 ຄົນຂື້ນໄປ (ອະນຸຍາດໄດ້ສະເພາະເດັກນ້ອຍທີ່ອາຍຸບໍ່ເກີນ 11 ປີ ), ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບທຸກຄັ້ງທັງຜູ້ຊ້ອນ ແລະ ຜູ້ຂັບ, ລົດທຸກຄັນຕ້ອງມີແວ່ນສ່ອງເງົາຫຼັງ, ມີມາລະຍາດໃນການຂັບຂີ່ທີ່ດີ, ໃຫ້ກຽດເຊີ່ງກັນ ແລະ ກັນໃນການສັນຈອນຕາມເສັ້ນທາງ.

ຈາກນັ້ນຍັງຍົກໃຫ້ເຫັນສາເຫດຕົ້ນຕໍການເກີດອຸປະຕິເຫດຢູ່ຕາມເສັ້ນທາງຕ່າງໆ ທີ່ເກີດຈາກຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ, ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບຂອງຜູ້ຂັບຂີ່ ແລະ ຜູ້ຮ່ວມເກີດອຸປະຕິເຫດນໍາກັນເປັນຈໍານວນຫຼວງຫຼາຍໃນແຕ່ລະປີ.

ຕອນທ້າຍ ທ່ານ ພັນເອກ ຄໍາແພງ ນໍາພາວັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເນັ້ນໜັກໃຫ້ບັນດານາຍ ແລະ ພົນຕໍາຫຼວດທຸກສະຫາຍ ຈົ່ງພ້ອມກັນນໍາເອົາລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ຫຼັກການຂັບຂີ່ຢ່າງປອດໄພ ໄປເຜີຍແຜ່ໃຫ້ຄົນໃນຄອບຄົວ ແລະ ສັງຄົມຮັບຮູ້ເຂົ້າໃຈ ແລະ ພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ, ທັງເປັນການປ້ອງກັນຕົນເອງໃຫ້ມີຄວາມປອດໄພຈາກການເກີດອຸປະຕິເຫດຕາມທ້ອງຖະໜົນ, ແນ່ໃສ່ເຮັດໃຫ້ການເກີດອຸປະຕິເຫດຢູ່ພາຍໃນແຂວງບໍລິຄໍາໄຊ ຫຼຸດໜ້ອຍຖອຍລົງ.

About admins16