ປກສ ແຂວງບໍລິຄຳໄຊ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ 03

ຕອນເຊົ້າວັນທີ 13 ສິງຫາ 2020 ນີ້ຢູ່ສະໂມສອນໃຫຍ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ຄັ້ງທີ 03 ໂດຍການເປັນປະທານຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ ເລຂາຄະນະບໍລິຫານງານພັກກອງບັນຊາການ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງ, ຄ້າຍຄຸ້ມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 04 ມີຄະນະພັກກອງບັນຊາການ ປກສ ເມືອງ 07 ຕົວເມືອງ ຕະຫຼອດຮອດພະນັກງານ – ສໍາມະຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບັນດາເອກະສານທີ່ສຳຄັນ ເຊັ່ນ: ເອກະສານຄຳສັ່ງຂອງກົມການເມືອງສະບັບເລກທີ່ 047/ກມສພ, ລົງວັນທີ່ 18 ກຸມພາ 2020 ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເອກະສານມະຕິຂອງກົມການເມືອງສະບັບເລກທີ່ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ເອກະສານວ່າດ້ວຍຜົນສຳເລັດກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ຄັ້ງທີ 03 ແລະ ເອກະສານແຜນປ້ອງກັນຂອງກອງບັນຊາການ ປກສ ແຂວງສະບັບເລກທີ 7243/ປກສ.ຂ ລົງວັນທີ່ 28 ກໍລະກົດ 2020 ວ່າດ້ວຍແຜນປ້ອງກັນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ແລະ ກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງກົມການເມືອງສູນກາງພັກ.

ໃນວາລະກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 2349/ກມປສ ລົງວັນທີ 08 ກໍລະກົດ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຜູ້ທີ່ມີຜົນງານດີເດັ່ນ ແລະ ມີມາດຖານເງື່ອນໄຂຄົບຖ້ວນຕາມກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບວາງອອກ, ໃນນີ້ ເລື່ອນຊັ້ນ ຮ້ອຍຕີ ຂື້ນເປັນຮ້ອຍໂທຈຳນວນ 40 ສະຫາຍ, ຍິງ 14 ສະຫາຍ, ເລື່ອນຊັ້ນວາທີ ຂື້ນ ເປັນຮ້ອຍຕີຈຳນວນ 13 ສະຫາຍ, ຍິງ 01 ສະຫາຍ ໃຫ້ກຽດຂື້ນປະດັບຊັ້ນໂດຍ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ.


ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳສະຫາຍຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ກ່ອນອື່ນສະຫາຍກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນຳ-ນຳພາຂອງຄະນະພັກທີ່ຜ່ານມາ ແລະ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່, ມີໜ້າທີ່ໃໝ່, ກຽມພ້ອມສຸມສະຕິປັນຍາເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນສຳເລັດ ແລະ ຍັງໄດ້ເໜັ້ນໜັກໃຫ້ຄະນະພັກ, ຄະນະຫ້ອງ, ກອງ, ເມືອງ ຈົ່ງສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສຳມະຊິກພັກ, ພະນັກງານ-ນັກຮົບທຸກສະຫາຍໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ເຮັດສຳເລັດທຸກໜ້າທີ່ ທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ, ເພື່ອເຮັດໃຫ້ກຳລັງປ້ອງກັນສະຫງົບແຂວງບໍລິຄຳໄຊ ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂື້ນຢ່າງບໍ່ຢຸດຢັ້ງ.

About admin11