ປກສ ແຂວງບໍລິຄຳໄຊ ມອບລົດຈັກທີ່ຖືກຄົນຮ້າຍລັກ ຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 10 ພະຈິກ 2022 ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ບໍລິຄຳໄຊ ໄດ້ມອບລົດຈັກຍີ້ຫໍ້ ຮອນດ້າ ເວັບ 100 ສີຟ້າດຳ ບໍ່ຕິດປ້າຍທະບຽນ ທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ, ກ່າວມອບໂດຍທ່ານ ພັນຕີ ສຸທອງ ສຸວັນນະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ກ່າວຮັບໂດຍ ທ່ານ ອອ່ນຈັນ ຫຼວງສົມພູ ຢູ່ບ້ານ ແກ້ວແສນຄຳ ເມືອງຄຳເກີດ (ຜູ້ເປັນເຈົ້າຂອງລົດ), ມີເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຄັ້ງວັນທີ່ 1 – 10 ສິງຫາ 2022 ເຈົ້າໜ້າທີ່ຕໍາຫຼວດປະຈໍາປ້ອມທາງແບ່ງຫຼັກ 20 ເມືອງປາກກະດິງ ໄດ້ຕັ້ງຈຸດກວດກາຕິດຕາມການສັນຈອນກໍ່ຄືພາຫະນະໂດຍຖືກຕາມລະບຽບຫຼັກການວິຊາສະເພາະ ຢູ່ເຂດບ້ານວຽງຄຳ ແລະ ບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ, ຜ່ານການກວດກາ ສາມາດກັກລົດຈັກຈາການກວດກາລົດບໍ່ມີເອກະສານໄດ້ຈຳນວນ 4 ຄັນ, ພາຍຫຼັງກັກລົດຈຳນວນດັ່ງກ່າວທາງພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ແຈ້ງການໃຫ້ປະຊາຊົນເພື່ອນຳເອົາເອກະສານລົດມາຢັ້ງຢືນເອົາ.

ໃນຕອນບ່າຍວັນທີ 10 ພະຈິກ 2022 ຈື່ງໄດ້ຈັດພິທີມອບ – ຮັບລົດ ທີ່ເກັບກູ້ໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ ທີ່ມີເອກະສານຄົບຖ້ວນຖືກຕ້ອງ ມາຮັບເອົາຄືນ, ໂອກາດດັ່ງກ່າວ ທ່ານ ອອ່ນຈັນ ຫຼວງສົມພູ ( ເຈົ້າຂອງລົດ ) ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໄດ້ດີ ຈົນສາມາດນຳເອົາລົດທີ່ຖືກຄົນຮ້າຍລັກໄປ ນຳມາມອບໃຫ້ຄືນໄດ້ໃນຄັ້ງນີ້.

ທ່ານ ພັນຕີ ສຸທອງ ສຸວັນນະວົງ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ເພື່ອເປັນການສະກັ້ນກັດ ແລະ ແກ້ໄຂປະກົດການຫຍໍ້ ກໍ່ຄືປ້ອງກັນບັນຫາ ຂີ້ລັກ, ງັດແງະ, ໃຫ້ພໍ່ແມ່ປະຊາຊົນ – ພະນັກງານ ຈົ່ງສະຕິໃນການມ້ຽນມັດເຄື່ອງຂອງຊັບສິນໃຫ້ດີ, ເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ເພື່ອແກ້ໄຂ້ບັນຫາດັ່ງກ່າວ ເຮັດໃຫ້ແຂວງບໍລິຄຳໄຊ ມີຄວາມສະຫງົບສຸກດີຂື້ນເທື່ອລະກ້າວ.

About admins14