ປກສ ເມືອງ ວຽງທອງ-ໄຊຈໍາພອນ ຮ່ວມກັບ ປກສ ເມືອງແທ່ງເຈື່ອງ ສສ ຫວຽດນາມ ສ້າງຫ້ອງການກຸ່ມຕາມຊາຍແດນ

ໃນວັນທີ 13 ພະຈິກ 2021 ຜ່ານມານີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ມີກອງປະຊຸມປືກສາຫາລືກ່ຽວກັບການກໍ່ສ້າງຫ້ອງການກຸ່ມທີ່ມີສາຍແດນຕິດກັບປະເທດ ສສ ຫວຽດນາມ ພາຍໃນ 2 ເມືອງ ຄື: ເມືອງວຽງທອງ ແລະ ເມືອງໄຊຈຳພອນ ໂດຍການເຂົ້າຮ່ວມ ຂອງທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ ວຽງທອງ, ທ່ານ ທອງສຸກ ທິດສາທຳ ຫົວໜ້າກອງບັນຊາການ ປກສ ເມືອງໄຊຈຳພອນ ແລະ ທ່ານ ພັທ ເຈີ້ນ ຫວຽດທັ່ງ ຮອງຫົວໜ້າ ປກສ ເມືອງ ແທ່ງເຈື່ອງ, ມີບັນດາພະແນກການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຕາງໜ້າກອງບັນຊາການທັງສາມເມືອງໄດ້ຜັດປ່ຽນກັນຂື້ນລາຍງານສະພາບການເຄື່ອນໄຫວວຽກງານ ປກສ ພາຍໃນເມືອງຂອງຕົນຮອບດ້ານໂດຍຫຍໍ້ຕໍ່ກອງປະຊຸມ. ຈາກນັ້ນກໍ່ໄດ້ປືກສາຫາລືກ່ຽວກັບບາງວຽກເຊັ່ນ: ຝ່າຍ ສສ ຫວຽດນາມຈະໄດ້ມາກໍ່ສ້າງຫ້ອງການກຸ່ມຢູ່ 2 ເມືອງ ທີ່ມີສາຍແດນຕິດກັບ ສສ ຫວຽດນາມຄື: ເມືອງວຽງທອງ ມີແຜນການກໍ່ສ້າງຫ້ອງການກຸ່ມ ເຂດທອງມີໄຊ ແລະ ຫ້ອງການກຸ່ມ ເຂດຈວນ ຕັ້ງຢູ່ບ້ານ ນາຍາງທີ່ມີສາຍແດນຕິດກັບເມືອງ ເຕື່ອງເຢື່ອງ ສສ ຫວຽດນາມ ເມືອງໄຊຈໍາພອນ ມີແຜນກໍ່ສ້າງຫ້ອງການກຸ່ມ ຕາດໄພວັນ, ຫ້ອງການກຸ່ມ ເຂດບ້ານ ສົບເຕີ່ງ ທີ່ມີສາຍແດນຕິດກັບເມືອງ ແອງເຊີນ, ເມືອງ ແທງຖຸຍ ແລະ ເມືອງເຮື້ອງເຊີນ ສສ ຫວຽດນາມ, ໄດ້ພ້ອມກັນຄົ້ນຄົ້ວປືກສາຫາລືກໍານົດຈຸດສະຖານທີກໍ່ສ້າງໃຫ້ມີຄວາມເໝາະສົມກັບສະພາບແວດລ້ອມຕົວຈີ່ງ ເພື່ອຄວາມເປັນເອກະພາບ ຫຼັງຈາກນັ້ນຄະນະກໍ່ໄດ້ພ້ອມກັນລົງສໍາຫຼວດສະຖານທີ່ກໍ່ສ້າງຕົວຈີງແລ້ວຈະໄດ້ເຮັດບົດບັນທືກສັນຍາໃນການກໍ່ສ້າງຂັ້ນຕໍ່ໄປ.

About admins16