ປກສ ເມືອງ ວຽງທອງ ມອບໂຮງສີເຂົ້າທີ່ຄົນຮ້າຍລັກໄປຄືນເຈົ້າຂອງເດີມ

ໃນວັນທີ 4 ມັງກອນ 2023 ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ວຽງທອງ ໄດ້ມອບໂຮງສີເຂົ້າຂະໜາດນ້ອຍຄືນໃຫ້ເຈົ້າຂອງເດີມ ໃຫ້ກຽດມອບໂດຍ ທ່ານ ຮອ ອານຸສົງ ພານຸວົງ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ແລະ ຮັບໂດຍ ທ່ານ ໃຈ ໄຊອຸ່ນຕາ ຢູ່ບ້ານ ນ້ຳຢ່າງ ເມືອງວຽງທອງ, ມີພະນັກງານວິຊາການ ພະແນກຕຳຫຼວດ ປກສເມືອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຮອ ວິໄລສັກ ຮອງຫົວໜ້າພະແນກຕໍາຫຼວດ ໃຫ້ຮູ້ວ່າ: ໃນວັນທີ 8 ພາຈິກ 2022 ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ໄດ້ຮັບແຈ້ງຈາກເຈົ້າຂອງໂຮງສີເຂົ້າຜູ້ທີຖືກເສຍຫາຍວ່າ ໄດ້ມີຄົນຮ້າຍມາລັກເອົາໂຮງສີເຂົ້າຂອງຕົນຢູ່ໃນເຮືອນ, ພາຍຫຼັງໄດ້ຮັບແຈ້ງຄວາມຄືແນວນັ້ນ ຈື່ງໄດ້ຈັດຕັ້ງກຳລັງລົງກວດກາຕິດຕາມ, ພ້ອມຂຶ້ນບັນຊີເປົ້າໝາຍຜູ້ກະທຳຜິດ, ມາຮອດວັນທີ 16 ພະຈິກ 2022 ຈີ່ງສາມາດກັກຕົວຜູ້ກະທໍາຜິດໄດ້ 1 ຄົນ ຊື້ ທ້າວ ແອ ອາຍຸ 29 ປີ, ອາຊີບວ່າງງານ ຢູ່ບ້ານນ້ຳຢ້າງ ເມືອງວຽງທອງ.

ຜ່ານການສຶບສວນສອບສວນຜູ້ກ່ຽວ ໄດ້ຮັບສາລະພາບວ່າ ໄດ້ຮ່ວມຂະບວນການກັບໝູ່ອີກ 3 ຄົນ ໄດ້ໄປລັກເອົາໂຮງສີເຂົ້າ ແລ້ວມາມ້າງອອກເປັນສີ້ນສວນ ໃສ່ກະເປົາ 2 ເປົາ ແລ້ວເອົາໄປຂາຍໃຫ້ປະຊາຊົນຢູ່ບ້ານທ່າແພ ເມືອງວຽງທອງ, ໄດ້ເງີນ 1.000,000 ກີບ, ສ່ວນເງິນທີ່ໄດ້ມາກໍ່ເອົາມາແບ່ງກັນ ແລະ ໃຊ້ຈ່າຍຊື້ຢາບ້າມາເສບ ແລະ ຫຼີ້ນກີນຟູມເຟືອຍຈົນໝົດ, ສວນຜູ້ຮ່ວມຂະບວນການອີກຈໍານວນ 3 ຄົນ ເຈົ້າໜ້າທີ່ກຳລັງດຳເນີນຕິດຕາມຈັບຕົວ ມາດໍາເນີນຄະດີຕາມລະບຽບກົດໝາຍ, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ກຳລັງສຶບສວນສອບສວນ ແລ້ວສົ່ງສຳນວນຄະດີ ໃຫ້ໄອຍະການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

About admins14