ປກສ ເມືອງ ປາກຊັນ ກັກຕົວຜູ້ຖືກຫາ ພ້ອມຂອງກາງຄະດີ ຢາບ້າ

 ເພື່ອປະຕິບັດວາລະແຫ່ງຊາດ ວ່າດ້ວຍການຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຢ່າງເດັດຂາດ,  ໃນເວລາ 8.30 ໂມງ ຂອງວັນທີ 27 ມັງກອນ 2022  ເຈົ້າໜ້າທີ່ຕໍາຫຼວດ ໜ່ວຍງານ ວິຊາສະເພາະ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງບໍລິຄໍາໄຊ ໄດ້ຮັບການລາຍງານຈາກພົນລະເມືອງດີ ໄດ້ພົບເຫັນກຸ່ມຄົນຈໍານວນໜື່ງມີການເຄື່ອນໄຫວ ພົວພັນເສບ ແລະ ຊື້ຂາຍຢາເສບຕິດ ( ຢາບ້າ ) ຢູ່ເຂດ ບ້ານ ຊະນະໄຊ ເມືອງປາກຊັນ.

ເມື່ອໄດ້ຮັບແຫຼ່ງຂ່າວ ທາງໜ່ວຍງານວິຊາສະເພາະ ຈື່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ສົມທົບກັບອໍານາດການປົກຄອງບ້ານ ຊະນະໄຊ ລົງຕິດຕາມເປົ້າໝາຍດັ່ງກ່າວ, ພໍຮອດເວລາ 11 ໂມງ ຂອງວັນດຽວກັນ ຈື່ງໄດ້ພົບເປົ້າໝາຍ ກໍາລັງຈະມົ້ວສຸມ ແລະ ມີການຊື້ຂາຍຢາບ້າ ຢູ່ຫ້ອງແຖວເຂດບ້ານຊະນະໄຊ ເຈົ້າໜ້າທີ່ຈື່ງໄດ້ສະແດງຕົວເຂົ້າກວດຄົ້ນເປົ້າໝາຍ ພ້ອມກັກຕົວຜູ້ຖືກຫາ ຊື່ ທ້າວ ເຕີຢ່າ ອາຍຸ 36 ປີ, ອາຊິບ ກໍາມະກອນ  ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມຂອງກາງ ຢາບ້າ ຈໍານວນ 10 ຖົງນ້ອຍ ເທົ່າກັບ 1,837 ເມັດ, ມາສືບສວນ – ສອບສວນຕາມຂັ້ນຕອນຂອງກົດໝາຍ.

 ຜ່ານການສືບສວນ – ສອບສວນ ທ້າວ ເຕີຢ່າ ຜູ້ຖືກຫາ ໄດ້ຮັບສາລະພາບເບື້ອງຕົ້ນຕໍ່ເຈົ້າໜ້າທີ່ວ່າ: ຕົນເອງແມ່ນໄດ້ເລີ່ມມີການພົວພັນເສບຢາບ້າ ມາແຕ່ປີ 2003 ເປັນຕົ້ນມາ ຢາບ້າທີ່ນໍາມາເສບແຕ່ລະຄັ້ງ ແມ່ນໝູ່ຄູ່ຢູ່ບ້ານດຽວກັນເອົາມາປັນເສບ, ພາຍຫຼັງເສບຢາເສບຕິດແຕ່ລະຄັ້ງ ກໍ່ໄດ້ມີການເຄື່ອນໄຫວລັກຊັບພົນລະເມືອງ ແລະ ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະ ຖືກຕັດອິດສະຫຼະພາບ ຄື: ແຕ່ປີ 2006 – 2009 ກໍ່ຖືກປ່ອຍຕົວ, ປີ 2012 ໄດ້ເລີ່ມກັບມາພົວພັນເສບ ແລະ ຊື້ – ຂາຍ ຢາບ້າອີກ ຫຼາຍຄັ້ງ, ຢາບ້າທີ່ນໍາມາເສບແຕ່ລະຄັ້ງ ຈາກ 2 – 3 ເມັດ ເພີ່ມຈໍານວນຫຼາຍຂື້ນເພື່ອນໍາມາເສບ ແລະ ຂາຍໃຫ້ກັບໄວລຸ່ນເຂດບ້ານໃກ້ຄຽງ.

ຈົນມາຮອດຕົ້ນເດືອນມັງກອນ 2022, ຕົນໄດ້ມາເຊົ່າຫ້ອງແຖວແຫ່ງໜື່ງເຂດບ້ານ ຊະນະໄຊ ເມືອງ ປາກຊັນ ເພື່ອເປັນບ່ອນມົ້ວສຸມເສບ ແລະ ສົ່ງຂາຍຢາບ້າ ໃຫ້ກຸ່ມຄົນຈໍານວນໜື່ງ ບໍ່ຮູ້ຊື່, ເຊີ່ງຢາບ້າທີ່ໄດ້ມາແຕ່ລະຄັ້ງ ແມ່ນໄດ້ຮັບມາຈາກໝູ່ ຢູ່ບ້ານ ໂພນເມືອງນ້ອຍ ເມືອງ ຄໍາເກີດ ຈົນມາຮອດເວລາ ປະມານ 11 ໂມງ ຂອງວັນທີ 27 ມັງກອນ 2022, ໃນຄະນະທີ່ຕົນກໍາລັງຈະມີການຊື້ – ຂາຍຢາບ້າຢູ່ນັ້ນກໍ່ໄດ້ຖືກເຈົ້າໜ້າທີ່ຕໍາຫຼວດເຂົ້າຈັບຕົວພ້ອມຂອງກາງ ມີຢາບ້າ ຈໍານວນ 10 ຖົງນ້ອຍ ເທົ່າກັບ 1,837 ເມັດ, ມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ໃນໄລຍະເວລາດຽວກັນນັ້ນ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ປາກຊັນ ຍັງໄດ້ກັກຕົວທ້າວ ຄໍາກອງ ອາຍຸ 39 ປີ  ອາຊິບ ກໍາມະກອນ ຢູ່ບ້ານ ນ້ຳງຽບ ເມືອງ ປາກຊັນ  ໃນຂໍ້ຫາພົວພັນເສບ ແລະ ຊື້ – ຂາຍ ຢາບ້າ ພ້ອມຂອງກາງ ຢາບ້າ ຈໍານວນ 69 ເມັດ, ມາດໍາເນີນຄະດີ.

ຜ່ານການສືບສວນ – ສອບສວນ ທ້າວ ຄໍາກອງ ຜູ້ຖືກຫາໄດ້ຮັບສາລະພາບວ່າ: ຕົນໄດ້ເລີ່ມພົວພັນເສບ ແລະ ຊື້ – ຂາຍຢາບ້າມາແຕ່ ປີ 2016 ເປັນຕົ້ນມາ ແລະ ຖືກຄອບຄົວນໍາຕົວມາຝາກດັດສ້າງເປັນເວລາ 02 ປີ ອອກມາກໍ່ກັບມາເສບຢາບ້າຄືເກົ່າ, ເປັນກໍາມະກອນຮັບຈ້າງທົ່ວໄປໄດ້ເງີນມາແຕ່ລະຄັ້ງກໍ່ເອົາມາຊື້ຢາບ້າ ນໍາ ທ້າວ ກໍ ( ນາມສົມມຸດ ) ຢູ່ບ້ານໂພສີ ເມືອງ ປາກຊັນ ເພື່ອເອົາມາເສບທັງແບ່ງຂາຍ ຈົນຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພ້ອມຂອງກາງ ຢາບ້າ ຈໍານວນ 69 ເມັດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

     ສ່ວນພັກພວກຮ່ວມຂະບວນການໃນຄັ້ງນີ້, ເຈົ້າໜ້າທີ່ພວມເລັ່ງຕິດຕາມເພື່ອກັກຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

 

 

 

About admin11