ປກສ ເມືອງວຽງທອງ ດໍາເນີນຊີວິດການເມືອງ

ໃນລະຫວ່າງ ວັນທີ 17-18 ມີນາ 2021 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ເປີດບັ້ນດໍາເນີນຊິວິດການເມືອ ງເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັທ ຈອນ ອຸດລາຍັນ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ, ມີຄະນະພັກ, ສະມາຊິກພັກພາຍໃນກົມກອງ ເຂົ້າຮ່ວມ.

ໃນພິທີ ໄດ້ເຊື່ອມຊືມບັນດາເອກະສານກ່ຽວກັບການເສີມຂະຫຍາຍທາດແທ້ ແລະ ມູນເຊື້ອການປະຕິວັດ ຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ທີ່ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ໃນເງື່ອນໄຂສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນພາວະວິໄສ ໃນພາລະກິດປະຕິວັດຂອງພັກປະຊາຊົນລາວ ໃນການສ້າງສາພັດທະນາປະເທດຊາດ.

ຕະຫຼອດໄລຍະ 60 ປີ ຜ່ານມາ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດການປະຕິວັດຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການນໍາພາຂອງພັກ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດໄດ້ຮັບຮູ້, ເຂົ້າໃຈກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ກໍາແໜ້ນທາດແທ້, ມູນເຊື້ອອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄປນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີສູງສຸດ.

ຈາກນັ້ນ ກໍ່ໄດ້ແນະນໍາວິທີການຂຽນໃບສໍາຫຼວດຂອງຕົນ ເພື່ອປະເມີນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະຜ່ານມາ.

About admin11