ປກສ ເມືອງວຽງທອງ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021

   ໃນວັນທີ 15 ກຸມພາ 2022 ກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ຢູ່ຫ້ອງປະຊຸມຂອງກອງບັນຊາການ ປກສ ເມືອງ ໂດຍການເປັນປະທານຂອງ ທ່ານ ພັທ ຈອນ ອຸດລາຍັນ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ພັອ ຄຳແພນ ວີລື້ທຳ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ວຽງທອງ, ມີຄະນະພັກ, ຄະນະບັນຊາ, ພະນັກງານພາຍໃນກົມກອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ກອງປະຊຸມ ທ່ານ ພັຕ ອຸດົມ ຈັນທະລາດ ຫົວໜ້າພະແນກຫ້ອງການ ໄດ້ໃຫ້ກຽດຂື້ນ ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2021 ແລະ ທິດທາງແຜນການ ຈຸດສຸມປີ 2022 ເຊີ່ງໄດ້ສະແດງໃຫ້ເຫັນຜົນງານດີເດັ່ນຫຼາຍດ້ານ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ.

ທົ່ວເມືອງມີພະນັກງານ ປກສ ທັງໝົດ 114 ສະຫາຍ, ຍິງ 8 ສະຫາຍ. ຜ່ານມາຄະນະພັກ, ຄະບັນຊາໄດ້ເອົາໃຈໃສ່ເປັນເຈົ້າການໃນການຊີ້ນຳ – ນຳພາພະນັກງານ, ນັກຮົບ ໃຫ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ, ໄດ້ເອົາໃຈໃສ່ປັບປຸງກຳລັງຢູ່ຮາກຖານ ເຮັດໜ້າທີ່ສຶກສາອົບຮົມພໍ່, ແມ່ປະຊາຊົນ, ຍົກສູງສະຕິຊາດເປັນເຈົ້າການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

1 ປີຜ່ານມາ ສາມາດຂຶ້ນບັນຊີຄະດີເກີດຂື້ນທັງໝົດ  121 ເລື່ອງ , ກັກຜູ້ກະທຳຜິດໄດ້ 23 ຄົນ, ແກ້ໄຂແລ້ວ 15 ເລື່ອງ, ທົ່ວເມືອງມີຄະດີ ອາຍາ – ເສດຖະກິດ 21 ເລື່ອງ, ແກ້ໄຂແລ້ວ 2 ເລື່ອງ, ຄະດີຢາເສບຕິດເກີດຂື້ນ 22 ເລື່ອງ ແກ້ໄຂແລ້ວ 2 ເລື່ອງ ມີຜູ້ຕ້ອງຫາ – ດັດສ້າງທັງໝົດ 163 ຄົນ, ຍິງ 03 ຄົນ, ປ່ອຍຕົວ 88 ຄົນ, ຍີງ 1 ຄົນ ແລະ ນໍາສົ່ງແຂວງ 20 ຄົນ.

ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ພັອ ຄຳແພນ ວີລື້ທຳ ເຈົ້າເມືອງວຽງທອງ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້  ທ່ານໄດ້ຊີ້ນຳຕໍ່ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ຈົ່ງໄດ້ເອົາໃຈໃສ່ຕໍ່ກັບການແກ້ໄຂວຽກງານບັນຫາ 4 ເຖື່ອນໃຫ້ໝົດໄປ, ເປັນຕົ້ນແມ່ນ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາການສວຍໃຊ້ສາດສະໜາໃນທາງທີ່ຜິດກົດໝາຍ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນກັບກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ເພື່ອເຮັດໃຫ້ເມືອງມີຄວາມສະຫງົບສຸກ, ສັງຄົມເປັນລະບຽບຮຽບຮ້ອຍ.​

 

About admin11