ປກສ ເມືອງວຽງທອງຝຶກອົບຮົມວຽກງານຈົດທະບຽນເລກທີປ້າຍເຮືອນ

ໃນວັນທີ 22 ທັນວາ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີຝຶກອົບຮົມວຽກງານຈົດທະບຽນເລກທີປ້າຍເຮືອນທົ່ວເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ, ມີຫົວໜ້າ ປກສ ກຸ່ມບໍລິການປະຊາຊົນ ແລະ ນັກສໍາມະນາກອນພາຍໃນກົມກອງ ເຂົ້າຮ່ວມ.

ທ່ານ ພັທ ວຽງດາວັນ ໄຊຍະເສນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1254/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍການຂື້ນທະບຽນປ້າຍເຮືອນ, ຜ່ານຄໍາສັ່ງຂອງຫົວໜ້າກອງບັນຊາການ ປກສ ແຂວງ ວ່າດ້ວຍການຢຸດຕິ ແລະ ລົບລ້າງການອອກທະບຽນປ້າຍເຮືອນແບບເກົ່າໃຫ້ປະຊາຊົນ, ຜ່ານແຈ້ງການຂອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ວ່າດ້ວຍການຈົດທະບຽນເລກທີປ້າຍເຮືອນໃຫ້ປະຊາຊົນ, ລັດວິສາຫະກິດ, ຫ້າງຮ້ານທົ່ວແຂວງ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ນັກສໍາມະນາກອນໄດ້ເຂົ້າໃຈກ່ຽວກັບວຽກງານຈົດທະບຽນເລກປ້າຍເຮືອນ ແລ້ວນໍາໄປຈັດຕັ້ງປະຕິບັດຕົວຈິງຢູ່ແຕ່ລະກຸ່ມບ້ານທົ່ວເມືອງໃຫ້ໄດ້ຮັບຜົນຈະແຈ້ງ ແລະ ຊັດເຈນ.

 

About admin11