ປກສ ເມືອງປາກຊັນ ເຜີຍແຜ່ເຊື່ອມຊືມເອກະສານ ເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ

ຕອນເຊົ້າ ວັນທີ 10 ມັງກອນ 2023 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊືມ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 20/ປກສ ລົງວັນທີ 26 ກໍລະກົດ 2022 ແລະ ຄຳແນະນໍາ ຂອງກົມໃຫຍ່ການເມືອງ ເລກທີ 4205/ກມສພ, ລົງວັນທີ 04 ຕຸລາ 2022 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ. ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານ ຂອງທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພະແນກ, ປກສ ກຸ່ມບ້ານ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ໃນກໍາລັງ ແລະ ສຽງວິພາກວິຈານຈາກສັງຄົມ ຫຼຸດໜ້ອຍຖອຍລົງ, ຄະນະພັກ-ຄະນະບັນຊາ ຕ້ອງໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິ, ເຮັດໃຫ້ເຂົາເຈົ້າມີແນວຄິດຫຼັກໝັ້ນ, ໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຈັນຍາບັນໃນການປະຕິບັດໜ້າທີ່, ມີແບບແຜນດໍາລົງຊີວິດປອດໃສຂາວສະອາດ ແລະ ມີຄວາມສາມັກຄີເປັນເອກະພາບ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ.

ຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຂອງນາຍ ແລະ ພົນຕໍາຫຼວດ ຊອກໃຫ້ເຫັນຜູ້ທີ່ດີຜູ້ທີ່ເກັ່ງ, ມີຄວາມຮູ້ຄວາມສາມາດ ເພື່ອສົ່ງເສີມ ແລະ ຍ້ອງຍໍ, ກໍາໃຫ້ໄດ້ການເຄື່ອນໄຫວຂອງນາຍ ແລະ ພົນຕໍາຫຼວດ ທີ່ເຊື່ອມຖອຍດ້ານຄຸນທາດການເມືອງ, ຂາດຄຸນສົມບັດສີນທໍາປະຕິວັດ, ເຄື່ອນໄຫວບໍ່ຖືກຕ້ອງຕາມຫຼັກການວິຊາສະເພາະ, ຝ່າຝືນ, ຜິດຕໍ່ລະບຽບຂອງກໍາລັງ ແລະ ກົດໝາຍ ຕ້ອງໄດ້ແກ້ໄຂ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານແກ້ໄຂສະພາບປະກົດການຫຍໍ້ທໍ້ ທີ່ເກີດຂື້ນໃນກໍາລັງປ້ອງກັນຄວາມສະຫງົບ ເປັນຕົ້ນການສ້າງເງື່ອນໄຂປ່ອຍນັກໂທດ, ພົວພັນຢາເສບຕິດ, ບັນຫາໜີ້ສີນ, ພົວພັນສັງຄົມຊູ້ສາວ, ຫຼິ້ນກີນຟູມເຟືອຍ, ເມີນເສີຍໃນເວລາປະຕິບັດໜ້າທີ່, ປະລະໜ້າທີ່, ປອມແປງເອກະສານ ແລະ ອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ. ທັງນີ້ກໍ່ເພື່ອຫຼີກລຽງບັນຫາສຽງວິພາກວິຈານຂອງສັງຄົມ ທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່ປະຊາຊົນ ແລະ ສັງຄົມ.

ສະນັ້ນ ເພື່ອເປັນການຕ້ານ, ສະກັດກັ້ນ ແລະ ປ້ອງກັນກຳລັງປ້ອງກັນຄວາມສະຫງົບ, ບໍ່ໃຫ້ຕົກຢູ່ໃນສະພາບການດັ່ງກ່າວ ກອງບັນຊາການ ປກສ ເມືອງປາກຊັນ ຈຶ່ງນຳເອົາເອກະສານດັ່ງກ່າວ ມາເຜີຍແຜ່ເຊື່ອມຊືມໃຫ້ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນສະກັດກັ້ນ ແລະ ແກ້ໄຂ ຢ່າງຮີບດ່ວນ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນທັນສະພາບການ, ແນ່ໃສ່ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ທົ່ວກໍາລັງປ້ອງກັນຄວາມສະຫງົບ ເມືອງປາກຊັນ ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮັບຜິດຊອບໃນໜ້າທີ່ການເມືອງ, ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຖືກຕ້ອງຕາມລະບຽບ, ຫຼັກການ ແລະ ຢູ່ພາຍໃຕ້ກົດໝາຍ.

 

About admins16