ປກສ ເມືອງປາກຊັນ ເປີດບັ້ນດຳເນີນຊີວິດການເມືອງ

  

ຕອນເຊົ້າວັນທີ 16 ມີນາ 2021 ຢູ່ທີ່ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງບໍລິຄຳໄຊ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ໂດຍການເປັນປະທານຂອງ ທ່ານ ພັທ ລາຕີ ພິລາວົງ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ, ມີຄະນະພັກ, ຄະນະກອງບັນຊາການ, ຫົວໜ້າພະເເນກ, ປກສ ກຸ່ມບ້ານ ພະນັກງານ-ນັກຮົບ ເຂົ້າຮວ່ມ.

ທ່ານ ພັທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ ໄດ້ກ່າວບາງຕອນ ວ່າ: ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ມີທາດແທ້ຊົນຊັ້ນກໍາມະກອນ, ເປັນກໍາລັງປະກອບອາວຸດປະຕິວັດຂອງພັກ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ກໍາລັງປ້ອງກັນຄວາມສະຫງົບ ແມ່ນກໍາລັງປະກອບອາວຸດປະຕິວັດທີ່ແຫຼມຄົມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນບັນດາເຜົ່າ ແລະ ສົມແລ້ວ ເປັນກໍາລັງປະກອບອາວຸດວິລະຊົນຂອງຊາດລາວວິລະຊົນ.

ກອງປະຊຸມບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເພາະເປັນການສ່ອງແສງເຖິງການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງພັກ-ລັດ ອີກທັງເປັນການເສີມຂະຫຍາຍລະບອບປະຊາທິປະໄຕພາຍໃນພັກ ໃຫ້ກວ້າງຂວາງຂື້ນ, ເປັນການກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານວິຊາສະເພາະ ຂອງບັນດາສະຫາຍສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຫົວຄິດປະດິດສ້າງ, ມີແບບແຜນວິທີເຮັດວຽກທີ່ທັນສະໄໜ, ຮູ້ຈັກຊີ້ນໍາ-ນໍາພາ, ມີຄຸນສົມບັດສີນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ, ຕໍ່ປະເທດຊາດ, ຕໍ່ການປະຕິວັດ, ມີນໍ້າໃຈຮັກຊາດ, ສັດຊື່ບໍລິສຸດ ແລະ ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ ແລະ ມີຜົນສໍາເລັດ.

ພາຍຫຼັງເປີດ ບັ້ນດໍາເນີນຊີວິດການເມືອງ ທົ່ວຄະນະພັກກອງບັນຊາການ ປກສ ເມືອງແລ້ວ ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫຼວດ ຈະໄດ້ພ້ອມກັນຂຽນໃບສຳຫຼວດ, ຜ່ານໃບສໍາຫຼວດກວດກາຕີລາຄາຕົນເອງ ແລະ ຕໍານິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງພະນັກງານ-ນັກຮົບ ແຕ່ລະສະຫາຍ, ຕ້ອງດໍາເນີນການກວດກາ, ຕີລາຄາປະເມີນຜົນ, ເພື່ອຢັ້ງຢືນຄຸນນະພາບຂອງນາຍ ແລະ ພົນຕໍາຫຼວດ, ພ້ອມທັງກໍານົດທິດທາງແຜນການໃນຕໍ່ໜ້າ.ເພື່ອຈັດແບ່ງປະເພດ, ພະນັກງານ-ນັກຮົບ ນາຍ ແລະ ພົນຕໍາຫຼວດ.

ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫົງບ ຄົບຮອບ 60 ປີ ທ່ານຫົວໜ້າກອງບັນຊາການ ປ້ອງກັນຄວາມມສະຫງົບເມືອງ ໄດ້ເນັ້ນໜັກຫຼາຍບັນທີ່ສຳຄັນ ໃຫ້ບັນດາຄະນະພັກ ຈົ່ງເພີ່ມທະວິເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມະຊິກພັກ, ພະນັກງານຢ່າງເປັນປົກກະຕິຕໍ່ເນື່ອງ, ມີແນວຄິດອຸ່ນອຽງທຸ່ນທ່ຽງ, ໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ, ມີລະບຽບວິໃນ, ປະຕິບັດລະບຽບຂອງກໍາລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ , ໃຫ້ເຂົ້າສູ່ລະບົບ ແລະ ທັນສະໃໝ, ຢ່າງມີວິທະຍາສາດ, ເສີມຂະຫຍາຍມູນເຊື່ອທັດສະນະຫຼັກໝັ້ນຊົນຊັ້ນ ແລະ ພ້ອນກັນເປັນເຈົ້າການຂ່ຳນັບຮັບຕ້ອນກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫົງບ ຄົບຮອບ 60 ປີ ທີ່ຈະມາເຖີງນີ້ ໃຫ້ມີຜົນງານໃໝ່ຍິ່ງໃຫ່ຍກວ່າເກົ່າ.

 

About admin11