ປກສ ເມືອງປາກຊັນ ສຶກສາອົບຮົມກຸ່ມໄວລຸ່ນທີ່ມົ່ວສຸມເສບສານເສບຕິດ

ວັນທີ 2 ມັງກອນ 2023 ຢູ່ຫ້ອງການພະເເນກຕໍາຫຼວດ ປກສ ເມືອງປາກຊັນ ໄດ້ສຶກສາອົບຮົມ ກຸ່ມໄວລຸ່ນ ມົ້ວສຸມ ສານເສບຕິດ (ປຸມເປົ້າບາລູນ ຫຼື ປຸມເປົ້າອັດແກັດ) ໃຫ້ການສຶກສາອົບຮົມກ່າວເຕືອນໂດຍທ່ານ ພັທ ທອງຕຸ່ນ ວົງສົມສຸກ ຫົວໜ້າພະເເນກຕໍາຫຼວດ ປກສ ເມືອງປາກຊັນ, ມີຜູ້ປົກຄອງ ແລະ ກຸ່ມໄວລຸ່ນທີ່ມົ້ວສຸມເສບສານເສບຕິດ ຈຳນວນ 18 ຄົນ, ຍິງ 1 ຄົນ ເຂົ້າຮ່ວມ.

ເຈົ້າໜ້າທີ່ ປກສ ເມືອງປາກຊັນໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 1 ມັງກອນ 2023 ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກຊັນ ໄດ້ລົງປະຕິບັດວຽກງານມ້າງກຸ້ມມົ້ວສຸມຢາເສບຕິດທີ່ ບ້ານມີໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ຜ່ານການກວດກາພົບເຫັນ ແລະ ສາມາດກັກກຸ່ມມົ້ວສຸມເສບສານເສບຕິດ ໄດ້ຈໍານວນ 18 ຄົນ, ຍິງ 01 ຄົນ, ຈາກນັ້ນຈຶ່ງໄດ້ນໍາຕົວພວກກ່ຽວມາທໍາການສືບສວນ-ສອບສວນ ເຊີ່ງພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໄດ້ຊວນກັນອອກເງີນເພື່ອຮ່ວມກັນສັ່ງຊື້ (ປຸມເປົ້າບາລູນ ຫຼື ປຸມເປົ້າອັດແກັດ) ໃນລາຄາ 4,770,000 ກີບ ໂດຍອອກເງີນກັນຄົນລະ 250,000 ກີບ.

ທ່ານ ພັທ ທອງຕຸ່ນ ວົງສົມສຸກ ຫົວໜ້າພະເເນກຕໍາຫຼວດ ປກສ ເມືອງປາກຊັນ ຈຶ່ງໄດ້ກ່າວສຶກສາອົບຮົມກຸ່ມໄວລຸ້ນດັ່ງກ່າວໃຫ້ຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທຸກປະເພດ ເມື່ອເສບເຂົ້າສູ່ຮ່າງກາຍຈະເຮັດໃຫ້ເກີດອາການວິນຫົວ, ປວດຮາກ, ເກີດອາການພາບຫຼອນ, ຖ້າຫາກເສບເຂົ້າສູ່ຮ່າງກາຍເກີນຂະໜາດ ອາດຈະເຮັດໃຫ້ເກີດອາການຊັອກ ແລະ ເສຍຊີວິດໄດ້, ທ່ານໄດ້ຮຽກຮ້ອງມາຍັງກຸ່ມໄວລຸ່ນທັງໝົດ ຈົ່ງພ້ອມກັນຢຸດເຊົາພຶດຕິກໍາດັ່ງກ່າວ ແລະ ບໍ່ກັບໄປມົ້ວສຸມກັບສິjງເສບຕິດທຸກຊະນິດອີກ, ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄົ້ວຮໍ່າຮຽນເປັນລູກທີ່ດີຂອງພໍ່ເເມ່ ແລະ ເປັນພົນລະເມືອງດີຂອງສັງຄົມ, ຮຽກຮ້ອງມາຍັງພໍ່ເເມ່ຜູ້ປົກຄອງ ຈົjງເອົາໃຈໃສ່ເບີ່ງເເຍງ, ສຶກສາອົບຮົມລຸກຫຼານຂອງຕົນບໍ່ໃຫ້ໄປມົ້ວສຸມພົວພັນກັບສິ່ງເສບຕິດທຸກຊະນິດ, ເພື່ອເຮັດ.ຫ້ເຂົາເຈົ້າເຕີບໃຫ່ຍເປັນຄົນດີຂອງປະເທດຊາດໃນພາຍໜ້າ ແລະ ມີອານາຄົດທີ່ສົດໃສ.

About admins14