ປກສ ເມືອງບໍລິຄັນ ກັກຕົວຜູ້ຖືກຫາຄ້າຂາຍຢາບ້າພ້ອມຂອງກາງ 10 ພັນກວ່າເມັດ

ໃນເວລາປະມານ 14 ໂມງ 00 ນາທີ ຂອງວັນທີ 16 ກໍລະກົດ 2022 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນ ຊື່ທ້າວ ຕູ່ນີ່ ( ນີ່ ) ອາຍຸ 25 ປີ, ປະຊາຊົນ ບ້ານ ຫາດດອນຄູນ, ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ພ້ອມຂອງກາງຢາບ້າຈຳນວນ 10,264 ເມັດ, ເຈົ້າໜ້າທີ່ ຈຶ່ງໄດ້ນຳຕົວຜູ້ກ່ຽວມາດຳເນີນການ ສືບສວນ – ສອບສວນ.

ຜ່ານການສຶບສວນ – ສອບສວນໃນເບື້ອງຕົ້ນ ທ້າວ ຕູ່ນີ່ ( ນີ່ ) ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາບ້າ 2 ຖົງນ້ອຍ ມີຈຳນວນ 264 ເມັດ ແມ່ນຂອງຜູ້ກ່ຽວຢ່າງແທ້ຈິງ, ເຈົ້າໜ້າທີ່ ຈຶ່ງເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ພົບເຫັນຢາບ້າຈຳນວນ 50 ຖົງນ້ອຍ ເທົ່າກັບ 10,000 ເມັດ ທີ່ເຊື່ອງຢູ່ເທີງຫຼັງຕູ້ໃສ່ເຄື່ອງໃນຫ້ອງນອນ.

ທ້າວ ຕູນີ່ ຍັງສາລະພາບວ່າ: ຕົນເອງ ໄດ້ເລີ່ມມີການພົວພັນເສບຢາເສບຕິດ (ຢາບ້າ) ມາແຕ່ປີ 2019 ແລະ ໄດ້ເລີ່ມຄ້າຂາຍຢາເສບຕິດ ໃນໄລຍະເດືອນ ພະຈິກ ປີ 2021 ເປັນຕົ້ນມາ, ສ່ວນຢາບ້າທີ່ຊື້ມາເສບໃນແຕ່ລະຄັ້ງແມ່ນຊື້ນຳທ້າວ ກ (ນາມສົມມຸດ) ປະຊາຊົນບ້ານ ນາແຫນ ເມືອງ ບໍລິຄັນ ແລະ ຊື້ນໍາໄວລຸ້ນບ້ານ ຫາດດອນຄູນ ( ບໍ່ຮູ້ຊື່ ), ຫຼັງຈາກໄດ້ຢາບ້າມາແລ້ວກໍ່ນໍາມາເສບຄົນດຽວ, ບາງເທື່ອກໍ່ເສບນຳໄວລຸ້ນເຂດບ້ານ ຫາດດອນຄູນ.

ຄັ້ງສຸດທ້າຍ ເວລາປະມານ 15 ໂມງຂອງວັນທີ 26 ມິຖຸນາ 2022 ຜູ້ກ່ຽວໄດ້ໄປຊື້ຢາບ້ານຳທ້າວ ຂ ( ນາມສົມມຸດ ) ຢູ່ທາງເຂົ້າບ້ານພຽງດີ ເມືອງບໍລິຄັນ, ໄດ້ຢາບ້າ 1 ແພັກ ກັບ 2 ມັດນ້ອຍ ໃນລາຄາ 8 ລ້ານກີບ, ຫຼັງຈາກໄດ້ຢາບ້າແລ້ວ ກໍກັບມາເຮືອນຢູ່ບ້ານ ຫາດດອນຄູນ, ຮອດເວລາປະມານ 14 ໂມງຂອງວັນດຽວກັນ ກໍມີເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວ ແລ້ວກວດຄົ້ນຕົວຈື່ງພົບເຫັນຢາບ້າຈໍານວນ 02 ຖົງນ້ອຍ ເທົ່າກັບ 264 ເມັດ ທີ່ຜູ້ກ່ຽວຊຸກເຊື່ອງໄວ້ໃນຖົງໂສ້ງເບື້ອງຊ້າຍ ແລ້ວເຈົ້າໜ້າທີ່ ຈື່ງເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ພົບເຫັນຢາບ້າຈໍານວນ 50 ຖົງນ້ອຍເທົ່າກັບ 10,000 ເມັດ ທີ່ຜູ້ກ່ຽວຊຸກເຊື່ອງໄວ້ໃນຫ້ອງນອນຢູ່ເທິງຫຼັງຕູ້ໃສ່ເຄື່ອງ ຈາກນັ້ນເຈົ້າໜ້າທີ່ຈື່ງນຳຕົວຜູ້ກ່ຽວມາ ເພື່ອດຳເນີນການສືບສວນ-ສອບສວນຕາມກົດໝາຍ.

ເຈົ້າໜ້າທີ່ໄຫ້ຮູ້ຕື່ມອີກວ່າທ້າວ ຕູ່ນີ່(ນີ່) ແມ່ນມີເຈດຕະນາ ເຄື່ອນໄຫວ ພົວພັນຄ້າຂາຍ ຢາເສບຕິດ ( ປະເພດຢາບ້າ ), ມີໄວ້ໃນຄອບຄອງ ເພຶ່ອຂາຍ ແລະເສບ ຢ່າງແທ້ຈິງ, ເຊິ່ງໃນໄລຍະຜ່ານມາ ຜູ້ກ່ຽວຍັງໄດ້ເຂົ້າຮ່ວມໂຄງການ ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ໃນເປົ້າໝາຍຄ້າຂາຍ ແລະ ເສບຢາເສບຕິດ ( ປະເພດຢາບ້າ ) ໄດ້ເຮັດບົດບັນທຶກ ສຶກສາອົບຮົມມາແລ້ວ ແຕ່ຜູ້ກ່ຽວຍັງບໍ່ເຂັດຫຼາບ, ບໍ່ມີການປ່ຽນແປງແຕ່ຢ່າງໃດ ເຊີ່ງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ການກະທຳຂອງຜູ້ກ່ຽວແມ່ນຜິດໃນສະຖານຄ້າຂາຍຢາເສບຕິດ ( ປະເພດຢາບ້າ ) ຕາມມາດຕາ 02, ຂໍ້ 07 ຂອງກົດໝາຍວ່າດ້ວຍຢາເສບຕິດສະບັບປັບປຸງມາດຕາ 146 ຂອງກົດໝາຍອາຍາແຫ່ງ ສປປ ລາວ, ປະຈຸບັນພວມດຳເນີນຄະດີເພື່ອສົ່ງໄອຍະການສັ່ງຟ້ອງ ເພື່ອໃຫ້ສານຕັດສິນ, ສ່ວນຜູ້ຮ່ວມຂະບວນການທີ່ຜູ້ກ່ຽວໃຫ້ການຊັດທອດ ເຈົ້າໜ້າທີ່ພວມເລັ່ງຕາມຕິດຕາມເພື່ອກັກຕົວມາດຳເນີນຄະດິຕາມກົດໝາຍໃນຂັ້ນຕໍ່ໄປ.

About admins16