ປກສ ເມືອງທ່າພະບາດ ເຊື່ອມຊຶມ ເອກະສານກ່ຽວກັບການກໍ່ສ້າງ ແລະ ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

 

ວັນທີ 27 ພຶດສະພາ 2022 ຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ, ກອງບັນຊາການ ປກສ ເມືອງ ໄດ້ຈັດພິທີເຊື່ອມຊຶມ ເອກະສານກ່ຽວກັບການກໍ່ສ້າງ ແລະ ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍໃຫ້ກຽດເຊື່ອມຊຶມ ສະຫາຍ ພັທ ດວງໄຊ ຈັນທະວັງໂສ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ.

ເນື້ອໃນເອກະສານນໍາມາເຊື່ອມຊຶມໃນຄັ້ງນີ້ມີ ຄໍາສັ່ງເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີໃນການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂໍ້ຕົກລົງເລກທີ 677/ປກສ, ລົງວັນທີ 25 ເມສາ 2022 ວ່າດ້ວຍການກໍານົດຕໍາແໜ່ງງານ ຂອງບັນດາກົມກອງທ້ອງຖິ່ນ ໃນກໍາລັງປ້ອງກັນຄວາມສະຫງົບ, ຜ່ານຄໍາແນະນໍາເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກ ປກສ ແຂວງ ຄັ້ງທີ 6 ສະໄໝທີ III.

ນອກນີ້, ສະຫາຍປະທານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ ໄດ້ຮັບຟັງການເຊື່ອມຊຶມໄປແລ້ວ ຈົ່ງໄດ້ພ້ອມກັນນໍາເອົາເນື້ອໃນຄໍາສັ່ງ, ຄໍາແນະນໍາຕ່າງໆ ໄປນໍາໃຊ້ ແລະ ຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວຽກງານ.

About admin11