ປກສ ເມືອງຄໍາເກີດ ມອບລົດຈັກຄືນໃຫ້ເຈົ້າຂອງເດີມ

  

ໃນຕອນເຊົ້າ ວັນທີ 15 ທັນວາ 2020 ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ໄດ້ມອບ ລົດຈັກເວບ 100 ສີຂຽວ ເລກຈັກ HAI5E 2293934 ທີ່ເປັນຂອງກາງຈາກຄະດີສໍ້ໂກງຊັບພົນລະເມືອງ ຄືນໃຫ້ເຈົ້າຂອງເດີມ ໂດຍລົດຈັກຄັນດັ່ງກ່າວ ແມ່ນຖືກ ຜູ້ຖືກຫາ ຊື່ ທ້າວ ໄຊ ໄຊຍະວົງ, ອາຍຸ 29 ປີ, ປະຊາຊົນ ບ້ານໂພນທອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ໄດ້ສໍ້ໂກງ ຕົວະຍົວະ ເອົາຈາກ ທ້າວ ເສືອ ປະຊາຊົນ ບ້ານ ໂພນເມືອງນ້ອຍ, ເມືອງ ຄໍາເກີດ, ແຂວງບໍລິຄໍາໄຊ ທີ່ເປັນໝູ່ຂອງຜູ້ກ່ຽວເອງ ໂດຍຜູ້ຖືກຫາ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຕົນເອງແມ່ນເຄີຍຖືກຕັດອິດສະຫຼະພາບ ເຖິງ 5 ປີ ມາແລ້ວເທື່ອໜື່ງ ແຕ່ເດືອນ 7 ປີ 2014 ຫາກໍ່ຖືກປ່ອຍຕົວ ໃນເດືອນ 10 ປີ 2020 ນີ້ເອງ ດ້ວຍຄະດີລັກຊັບພົນລະເມືອງ ແລະ ໃນຄັ້ງນີ້ ຜູ້ກ່ຽວແມ່ນໄດ້ໃຊ້ກົນອຸບາຍ ເພື່ອຕົວະຍົວະ ເອົາລົດຈັກຄັນດັ່ງກ່າວ ໄປຂາຍ ເພື່ອເອົາເງິນ ມາຫຼີ້ນເກມ, ເສບຢາບ້າ ແລະ ຫຼີ້ນກິນຟຸມເຟືອຍ.

ໃນວັນທີ 17 ພະຈິກ 2020 ທີ່ຜ່ານມາ ຕົນເອງໄດ້ຕົວະຍົວະ ໃຫ້ ທ້າວ ເສືອ ມານອນຫຼີ້ນເກມ ຢູ່ບ້ານພັກແຫຼ່ງໜື່ງ ໃນເມືອງຄໍາເກີດ ທີ່ຕົນໄດ້ເຊົ່າເອົາໄວ້ ແລະ ໄດ້ຂໍຢືມລົດຈັກຄັນດັ່ງກ່າວ ແລ້ວນໍາໄປຂາຍ ໃຫ້ ທ້າວ ເຊັ່ງຊົ່ງ ປະຊາຊົນ ບ້ານ ນາເຮືອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃນລາຄາ 3,500,000 ກີບ. ຕົກມາຮອດວັນທີ 18 ພະຈິກ 2020 ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ຮັບແຈ້ງຄວາມຈາກ ຄອບຄົວ ຂອງ ທ້າວເສືອ ທີ່ເປັນເຈົ້າຂອງລົດ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວເຈົ້າໜ້າທີ່ວິຊາສະເພາະກໍ່ໄດ້ເລັ່ງຕິດຕາມນໍາຈັບຕົວຜູ້ກ່ຽວມາທໍາການສືບສວນ-ສອບສວນ ຈື່ງໄດ້ຮູ້ວ່າ ຜູ້ຖືກຫາ ໄດ້ຂາຍລົດຈັກຄັນດັ່ງກ່າວໃຫ້ ທ້າວ ເຊັ່ງຊົ່ງ, ມາຮອດ ວັນທີ 19 ພະຈິກ 2020 ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານນາເຮືອງ ໄປຫາ ທ້າວ ເຊັ່ງຊົ່ງ ແລະ ທ້າວ ເຊັ່ງຊົ່ງ ໄດ້ບອກຄວາມຈິງກັບເຈົ້າໜ້າທີ່ວ່າ ຕົນເອງໄດ້ຂາຍລົດຈັກຄັນດັ່ງກ່າວໃຫ້ ທ້າວ ຊົ່ງປໍວື່ ປະຊາຊົນ ບ້ານ ທົ່ງແສນ ເມືອງຄໍາເກີດ ແລ້ວເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ຈີ່ງໄດ້ໃຫ້ ທ້າວເຊັ່ງຊົ່ງ ພາໄປເກັບກູ້ເອົາລົດຈັກຄັນດັ່ງກ່າວ ຈາກ ທ້າວ ຊົງປໍວື່ ຢູ່ບ້ານທົ່ງແສນ ມາເກັບຮັກສາໄວ້ ຢູ່ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເພື່ອປະກອບສໍານວນຄະດີຕໍ່ຜູ້ຖືກຫາ ແລະ ມອບສົ່ງໃຫ້ເຈົ້າຂອງເດີມ ຕາມລະບຽບກົດໝາຍ.

ສ່ວນພວກກ່ຽວທັງສອງທີ່ໄດ້ເຮັດຜິດໃນຂໍ້ຫາລັກຊື້ຊັບຜິດກົດໝາຍນັ້ນ ແມ່ນຈະໄດ້ສືບຕໍ່ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ໃນຂັ້ນຕອນຕໍ່ໄປ.

About admin11