ປກສ ປາກກະດິງ ປະເມີນຜົນຈັດຕັ້ງມະຕິ 111-112 ຂອງກົມການເມືອງສູນກາງພັກ

ວັນທີ 14 ກັນຍາ 2022  ກອງບັນຊາການ ປກສ ເມືອງປາກກະດີງ ແຂວງບໍລິຄຳໄຊ ໄດ້ເປີດພິທີການປະເມີນຜົນ ມະຕິ 111-112/ກມສພ ແລະ ທິດທາງແຜນການປີ 2023 ຂອງ ປກສ ເມືອງປາກກະດີງ, ໂດຍການເປັນປະທານຂອງທ່ານພັນເອກ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບຈາກ ປກສ ແຂວງ , ຄະນະພະແນກ, ປກສ ກຸ່ມບ້ານ ເຂົ້າຮ່ວມ.

ໃນທີ່ປະຊຸມ ທ່ານ ພັນໂທ ທົນທະວີ ໂພຄຳ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ, ມະຕິ 111-112/ກມສພ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ເຊີ່ງໄດ້ຍົກໃຫ້ເຫັນຜົນງານຜ່ານການຈັດຕັ້ງປະຕິບັດຕາມມະຕິດັ່ງກ່າວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 09 ຫົວຂໍ້ທີ່ກໍານົດໃນ ມະຕິ 111/ກມສພ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່.

ຜ່ານມາ ຄະນະພັກ, ຄະນະບັນຊາ ໄດ້ເອົາໃຈໃສ່ເປັນເຈົ້າການໃນການຊີ້ນຳ – ນຳພາພະນັກງານ, ນາຍ ແລະ ພົນຕໍາຫຼວດ ໃຫ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ, ເອົາໃຈໃສ່ປັບປຸງກຳລັງຢູ່ຮາກຖານເຮັດໜ້າທີ ສຶກສາອົບຮົມພໍ່, ແມ່ປະຊາຊົນ, ຍົກສູງສະຕິຊາດເປັນເຈົ້າການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ປກສ ເມືອປາກກະດີງ ປັບປຸງ ປກສ ບ້ານ ໄດ້ 17 ບ້ານ ເທົ່າກັບ36,17%, ເປັນເຈົ້າການສະກັດກັ້ນກຸມຄົນບໍ່ຫວັງດີ ຢູບັນດາຈຸດຫຼໍ່ແຫຼມ ແລະ ແກ້ໄຂໜໍ່ແໜງທີກໍ່ຄວາມບໍ່ສະຫງົບ, ນຳເອົາແນວທາງນະໂຍບາຍຂອງພັກ – ລັດ, ມະຕິຄຳສັ່ງ, ກົດໝາຍຂອງລັດ ລົງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ 47 ບ້ານ ເທົ່າກັບ 100%,  ສາມາດສັງລວມການຈັດຕັ້ງປະຕິບັດມະຕິ 111/ກມພສ ໃນ 9 ຫົວຂໍ້ເທົ່າກັບ 74,20%, ການຈັດຕັ້ງປະຕິບັດໃນ 5 ຫົວຂໍ້ວ່າດວ້ຍການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນການຍຸຕິທຳໃຫ້ເປັນລະບົບຫັດກຸມ ກຳນົດພາລະບົດບາດ – ສິດໜ້າທີ່, ອົງການສືບສວນ – ສອບສວນເຈົ້າໜ້າທີ່ ປກສ ເມືອງແມ່ນໄດ້ເຮັດວຽກງານຕາມພາລະບົດບາດສິດ – ໜ້າທີ່ການດຳເນີນຄະດີຕາມກົດໝາຍ ສະບັບປັບປຸງປີ 2017 ພາຍໃນປີ 2021-2022.

ມີຄະດີເກີດຂື້ນທັງໝົດ 183 ເລື່ອງ, ແກ້ໄຂໄດ້ 79 ເລື່ອງເທົ່າກັບ 43,16%, ປັບປຸງກົງຈັກການຈັດຕັ້ງ ຂອງອົງການສືບສວນ – ສອບສວນ, ໄດ້ກໍ່ສ້າງພະນັກງານໃນການດຳເນີນຄະ, ຄັດເລືອກສັບຊ້ອນຈັດວາງ ພະນັກງານທີ່ໄດ້ຮຽນຜ່ານຊັ້ນຕົ້ນ, ຊັ້ນສູງ, ປະລິຍາຕິ, ແລະ ຜູ້ທີ່ມີປະສົບການມາກ່ອນ, ສັງລວມການຈັດຕັ້ງປະເມີນມະຕິ 112/ກມສພ ໃນ 5 ຫົວຂໍ້ໄດ້ 67,21%

ຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານພັນເອກ ຜາຂົງ ດອກມະນີຈັນ  ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ປກສ ເມືອງ ທີ່ຍາດມາໄດ້, ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ ເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ.

About admins16