ປກສ ຈັບມື ພະແນກ ອຄ ແຂວງ ຄວ້າແຊ້ມ ເປຕັງ ໄປຄອງ

ໃນລະຫວ່າງວັນທີ 11-12 ກຸມພາ 2021 ຢູ່ເດີ່ນກິລາເປຕັງແຂວງ ໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນ ໂດຍການເຂົ້າຮ່ວມເປີດພິທີຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ, ນັກກິລາຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ການແຂ່ງຂັນກິລາໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບ-ຊົມເຊີຍ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ, ເຊິ່ງມີທັງໝົດ 43 ທີມ, ໃນນັ້ນ ທີມຊາຍ 31 ທີມ ແລະ ທີມ ຍິງ 12 ທີມ.

ຜ່ານການແຂ່ງຂັນກັນມາເປັນເວລາ 2 ວັນ ສາມາດສະຫຼຸບຜົນການແຂ່ງຂັນໄດ້ ດັ່ງນີ້: ທີມຊາຍ ອັນດັບ 1 ໄດ້ແກ່ ພະແນກ 203 ຈາກ ປກສ ແຂວງ, ອັນດັບ 2 ພະແນກສືບຂ່າວ ຈາກ ປກສ ແຂວງ, ອັນດັບ 3 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ອັນດັບ 4 ຫ້ອງວ່າການແຂວງ.

ທີມຍິງ ອັນດັບ 1 ໄດ້ແກ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ອັນດັບ 2 ໂຮງຮຽນເຕັກນິກວິຊາຊີບແຂວງ, ອັນດັບ 3 ວິທະຍາໄລພຽນຈະເລີນ ແລະ ອັນດັບ 4 ໂຮງໝໍແຂວງ.

ສຳລັບປະເພດລາງວັນອັນດັບທີ 1 ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 300.000 ກີບ, ອັນດັບ 2 ໄດ້ຂັນ 1 ໜ່ວຍ ພ້ອມເງິນສົດ 250.000 ກີບ, ອັນດັບ 3 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 200.000 ກີບ ແລະ ອັນດັບ 4 ໄດ້ຮັບເງິນສົດ 100.000 ກີບ.

ເປັນກຽດມອບໂດຍ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ທະນູສອນ ນວນຜາລີ ປະທານສະຫະພັນເປຕັງແຂວງ ແລະ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຕາມລຳດັບ.

About admins16