ປກສ ຄຳເກີດ ສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2021

ໃນວັນທີ 24 ກຸມພາ 2022 ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫລຸບວຽກງານປ້ອງກັນຄວາມສະຫງົບຂອງກຳລັງ ປກສ ເມືອງຄໍາເກີດ ປະຈຳປີ 2021 ແລະ ວາງທິດທາງແຜນການ 2022 ໂດຍການເປັນປະທານຊອງທ່ານ ພັທ ລຳເງິນ ພະບາດໄຊ ກຳມະການພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ.

ທ່ານ ພັນໂທ ຄັນໄຊ ວົງໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບຂອງກຳລັງ ປກສ ເມືອງຄໍາເກີດ ປະຈຳປີ 2021 ແລະ ວາງທິດທາງແຜນການ 2022 ທ່ານໃຫ້ຮູ້ວ່າ: ການຈັດຕັ້ງວຽກງານປ້ອງກັນຄວາມສະຫງົບ ປີ 2021 ມີວຽກງານຫຼາຍດ້ານທີ່ພົ້ນເດັ່ນ ຄື: ການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ 4 ຄາດຫມາຍ, 4 ແຜນງານໃຫຍ່ ແລະ 41 ໂຄງການ, ແກ້ໄຂ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ, ການແກ້ໄຂວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ.

ວຽກງານປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ປ້ອງກັນ – ສະກັດກັ້ນພວກສັດຕູ ແລະ ຫນໍ່ແຫນ່ງທີ່ກໍ່ຄວາມບໍ່ສະຫງົບ, ສ້າງຕາຫນ່າງປິດລັບ, ເພື່ອນຮ່ວມງານ, ຜູ້ເຊື່ອຖື, ສ້າງແຜນເຄື່ອນໄຫວຕ້ານສືບຂ່າວຕີສັດຕູ ຊອກຮູ້ໄດ້ການຈັດຕັ້ງກຸ່ມຄົນບໍ່ດີ, ຮູ້ຜູ້ຫົວໂປໂຕການ, ຂື້ນບັນຊີ, ຄັດຈ້ອນບັນດາເປົ້າຫມາຍຕີນມືນັກສືບ, ເປົ້າຫມາຍ ເຄື່ອນໄຫວນັກສືບ, ເປົ້າຫມາຍລີ້ຊ້ອນ ແລະ ເກັບກໍາສະພາບແຫຼ່ງຂ່າວ.

ວຽກງານທີ່ເຮັດໄດ້: ທໍາລາຍສວນກັນຊາໄດ້ 10 ຄັ້ງ, ມີທັງຫມົດ 133 ສວນ, ມີ 133 ຕູບ, ມີເນື້ອທີ່ທັງຫມົດ 129,48 ເຮັກຕ່າ, ຄະດີເກີດຂື້ນທັງຫມົດ: 158 ເລື່ອງ, ກັກຕົວຕ້ອງຫາ 219 ຄົນ, ຍິງ 17 ຄົນ, ມີຄະດີເສດຖະກິດ 10 ເລື່ອງ, ຄະດີອາຍາ 74 ເລື່ອງ, ຄະດີຢາ ເສບຕິດ 74 ເລື່ອງ, ຢຶດຂອງກາງ: ລົດໄຖ 4 ຄັນ, ລົດຈັກ 16 ຄັນ, ເຄື່ອງຈັກ 4 ເຄື່ອງ, ຫົວສີແຮ່ 4 ເຄື່ອງ, ໃດໂປມນ້ຳ 5 ເຄື່ອງ, ແຮ່ທາດ 194 ຂອດ, ນ້ຳຫນັກ 4.395 ກິໂລ, ສາຍໄຟຟ້ານ້ຳຫນັກ 147 ກິໂລ, ໂທລະສັບ 1 ຫນ່ວຍ, ເງິນກີບທະນາຄານ 12 ລ້ານກີບ, ປືນແກັບ 16 ບອກ, ຢາບ້າ 24.242 ເມັດ, ປືນອາກ່າ 1 ກະບອກ ລູກປືນ 8 ລູກ, ປືນສັ້ນ 2 ກະບອກ ລູກປືນ 8 ລູກ, ເຮໂລອີນ 600 ແທ່ງ ນ້ຳຫນັກ 231 ກິໂລກຼາມ ແລະ 5 ຫຼອດນ້ອຍ, ກັນຊາແຫ້ງ 1.865 ກິໂລກຼາມ, ລົດໃຫຍ່ 9 ຄັນ , ສົ່ງ ປກສ ແຂວງ 4 ຄັນ, ສົມທົບພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 2 ຄັນ, ຢາໄອ 33 ຫໍ່, ນ້ຳຫນັກ 35 ກິໂລກຼາມ.

ວຽກງານຈາລະຈອນ: ອຸປະຕິເຫດເກີດຂື້ນທັງຫມົດ 110 ກໍລະນີ, ຄົນບາດເຈັບທັງຫມົດ 170 ຄົນ, ເສຍຊີວິດ 20 ຄົນ, ຍິງ 4 ຄົນ, ພາຫະນະເປ່ເພ 172 ຄັນ, ລົງໂຄສະນາຢູ່ສໍານັກງານອົງການ, ຫ້ອງການ, ໂຮງຮຽນ ແລະ ບ້ານກ່ຽວກັບການສັນຈອນຕາມທ້ອງຖະຫນົນຫຼວງ ໄດ້ 14 ຄັ້ງ, ມີຜູ້ເຂົ້າຮ່ວມ 3.295 ຄົນ, ຍິງ 1.665 ຄົນ, ອັກຄີໄພເກີດຂື້ນ 5 ເລື່ອງ: ລວມມູນຄ່າເສຍຫາຍ 841 ລ້ານກວ່າກີບ.

ປ່ຽນປື້ມສໍາມະໂນຄົວໄດ້ 334 ຫົວ, ປັບປຸງປື້ມບັນທຶກແຈ້ງຄົນມີຫນ້າຢູ່ໃນ ແລະ ນອກ ຄອບຄົວໄດ້ 199 ຫົວ, ເຮັດປື້ມທະບຽນປະຫວັດບຸກຄົນ 745 ຫົວ, ອອກບັດປະຈໍາຕົວໄດ້ 313 ບັດ, ເອົາຂໍ້ມູນເຂົ້າລະບົບ PIM ໄດ້ 443 ຄອບຄົວ, ມີ 2.658 ຄົນ, ຍິງ 1.201 ຄົນ.

ສັງລວມພົນລະເມືອງລາວ ທີ່ເດີນທາງມາຈາກຕ່າງແຂວງ ແລະ ຕ່າງປະເທດທີ່ມາພັກຢູ່ສູນກັກໄດ້ 129 ຄັ້ງ ມີຈໍາ ນວນ 2.247 ຄົນ, ຍິງ 752 ຄົນ.

About admin11