ບໍ່ຄຳ ຄຳເກີດແສນອຸດົມ ມອບເງິນຊົດເຊີຍເນື້ອທີ່ນາທີ່ໄດ້ຮັບຜົນກະທົບ

ໃນຕອນບ່າຍຂອງວັນທີ 12 ທັນວາ 2023 ຢູ່ທີ່ຫ້ອງປະຊຸມຄະນະປະຈໍາຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ໄດ້ຈັດພິທີການມອບ-ຮັບເງິນຊົດເຊີຍຄ່າເຂົ້າ ປະຈຳປີ 2020 ແລະ 2021 ການຊົດເຊີຍເນື້ອທີ່ດິນນາທີ່ເສຍຫາຍ 100% ຂອງພໍ່ແມ່ປະຊາຊົນບ້ານຫຼັກ 12, ກ່າວມອບໂດຍທ່ານ ຄຳເພົ່າ ທອງເທພາຮັກ ຕາງໜ້າບໍລິສັດ ບໍ່ຄຳ ຄຳເກີດ – ແສນອຸດົມ ຈຳກັດ ແລະ ກ່າວຮັບ ໂດຍທ່ານ ທອງໄຂ ຄຳມະວົງ ຫົວໜ້າຫ້ອງວ່າການ ເມືອງຄຳເກີດ, ມີທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີດພີຍານ.

ໃນນັ້ນ ຊົດເຊີຍຄ່າເຂົ້ານາປີ 2020-2021 ຈໍານວນເງິນ: 161.675.612 ກີບ ແລະ ຊົດເຊີຍຄ່າເນື້ອທີ່ດິນນາ 17 ຄອບຄົວ ຈໍານວນເງິນ: 342.545,644 ກີບ, ລວມມູນຄ່າທັງໝົດ: 504.221.256 ກີບ.

About admins16