ບໍລິິຄຳໄຊ ສະເຫຼີມສະຫຼອງວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ

ພິທີປາຖະກະຖາວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ( 13 ສິງຫາ 1950 – 13 ສິງຫາ 2020 ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ສິງຫາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດປາຖະກະຖາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ແຂກຖືກເຊີນ, ພະນັກງານອາວຸໂສບຳນານ ແລະ ພະນັກງານທົ່ວ ພະແນກ ຖວທ ເຂົ້າຮ່ວມ.

ເພື່ອປະຕິບັດຕາມແນວທາງ-ແຜນນະໂຍບາຍ “ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ໜີບຮັດກຳລັງສັດຕູ…” ພັກເຮົາໄດ້ຮຽກໂຮມຜູ້ແທນຫຼາຍກວ່າ 150 ທ່ານທີ່ຕາງໜ້າໃຫ້ກຳລັງປະກອບອາວຸດ, ອົງການຈັດຕັ້ງມະຫາຊົນ, ສາສະໜາ, ປະຊາຊົນບັນດາເຜົ່າຈາກເຂດຕໍ່ຕ້ານ ແລະ ເຂດປົກຄອງຊົ່ວຄາວຂອງສັດຕູ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນວັນທີ 13 ສິງຫາ 1950. ກອງປະຊຸມໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະຫລະ” ແລະ “ລັດຖະບານລາວຕໍ່ຕ້ານ”, ໂດຍມີສະເດັດເຈົ້າ ສຸພານຸວົງ ເປັນປະທານແນວລາວອິດສະລະ ແລະ ນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ. ໃນມື້ດຽວກັນນັ້ນ, ກອງປະຊຸມໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂອງຕົນຂຶ້ນໂດຍໃສ່ຊື່ວ່າ: ໜັງສືພິມ “ລາວອິດສະຫລະ”. ໜັງສືພິມນີ້, ຮູບນອກແມ່ນເປັນສຽງຂອງແນວລາວອິດສະລະ ແລະ ລັດຖະບານລາວຕໍ່ຕ້ານໃນເວລານັ້ນ, ຊຶ່ງເນື້ອແທ້ກໍ່ແມ່ນໜັງສືພິມຂອງພັກ. ເລີ່ມພິມຫນັງສືພິມລາວອິດສະຫລະ ປີ 1958-1959 ສະພາບທາງການເມືອງມີຄວາມເຄັ່ງຕຶງ, ລັດຖະບານຂອງສະເດັດເຈົ້າສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າສຸພານຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກຊາດຖືກຈັບກຸມຄຸມຂັງເຂົ້າຄຸກໂພນເຄັງ, ຊຶ່ງໃນນັ້ນມີທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າໜັງສືພິມລາວຮັກຊາດ ກໍ່ຖືກຈັບເຊັ່ນດຽວກັນ. ສະນັ້ນ, ໜັງສືພິມລາວຮັກຊາດ, ໂຮງພິມລວມທັງສຳນັກພິມ ກໍຖືກປິດ ແລະ ຢຸດຕິການຈຳໜ່າຍຊົ່ວຄາວ, ເດືອນ ສິງຫາ 1975 ຊຶ່ງເປັນໄລຍະຝ່າຍກຳລັງປະຕິວັດໄດ້ຮັບໄຊຊະນະໃນຂອບເຂດທົ່ວປະເທດ, ໜັງສືພິມ “ລາວຮັກຊາດ” ໄດ້ກັບຄືນມາຕັ້ງສຳນັກງານຢູ່ນະຄອນຫຼວງວຽງຈັນ ໂດຍປ່ຽນຊື່ເປັນໜັງສືພິມ “ສຽງປະຊາຊົນ”

ຊຶ່ງຢູ່ໃນສະພາບແວດລ້ອມແຫ່ງບາດລ້ຽວປະຫວັດສາດ ທີ່ມີຄວາມໝາຍສຳຄັນພິເສດໃນການແບກຫາບໜ້າທີ່ອັນສັກກະລະບູຊາ ແລະ ມີກຽດສະຫງ່າຂອງໄຊຊະນະລວມ, ຍາດເອົາເອກະລາດ, ອິດສະລະພາບ ມາໃຫ້ປະຊາຊົນທັງຊາດ ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ III ຂອງພັກໃນວັນທີ 22 ມີນາ 1983 ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕົກລົງປ່ຽນຊື່ໜັງສືພິມ “ສຽງປະຊາຊົນ” ມາເປັນໜັງສືພິມ “ປະຊາຊົນ” ສຽງຂອງສູນກາງພັກ ປ ປ ລາວ ຈົນເຖິງປະຈຸບັນ ໜັງສືພິມປະຊາຊົນສຽງຂອງສູນກາງພັກໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆບາງຄັ້ງມີຈຳນວນພິມ 8.000 ຫາ 10.000 ສະບັບ.

ໄລຍະແຕ່ປີ 1982-1985 ມີຍອດພິມຈຳໜ່າຍເຖິງ 22.000 ສະບັບ. ນັບແຕ່ມື້ສ້າງຕັ້ງຈົນເຖິງປະຈຸບັນ ໄດ້ມີການພົວພັນຮ່ວມມືກັນຢ່າງສະໜິດແໜ້ນລະຫວ່າງໜັງສືພິມປະຊາຊົນສຽງຂອງສູນກາງພັກ ປປ ລາວ ກັບໜັງສືພິມ ເຍິນເຢິນ ສຽງຂອງສູນກາງພັກກອມມູນິດຫວຽດນາມ ແລະ ໜັງສືພິມເຢິນໝິງຢື້ເປົ້າສຽງຂອງພັກກອມມູນິດຈີນ ແລະ ບັນດາປະເທດສັງຄົມນິຍົມອື່ນໆ.

ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ດ້ຮັບການສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງສູນກາງພັກ ແລະ ໄດ້ດຳເນີນງານໄປໃນຂະນະທີ່ສະພາບການຂອງການປະຕິວັດລາວໄດ້ມີການປ່ຽນແປງຢ່າງແຂງແຮງ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຈຶ່ງໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດ ກໍ່ຄືວິທະຍຸກະຈາຍສຽງແຫ່ງຊາດລາວ ໃນເວລາຕໍ່ມາຈົນເຖິງປະຈຸບັນ. ເວົ້າລວມແລ້ວ, ນັບແຕ່ມື້ປົດປ່ອຍມາຮອດປະຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດລາວຍັງເປັນສື່ທີ່ນຳໜ້າໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງປວງຊົນລາວດ້ວຍການລາຍງານຂ່າວທີ່ມີທັງພາສາລາວ, ຊົນເຜົ່າ, ຫວຽດນາມ, ຂະແມ, ໄທ, ຝຣັ່ງ ແລະ ພາສາອັງກິດ.

ອີກ 8 ປີຕໍ່ມາພາຍຫຼັງສ້າງຕັ້ງວິທະຍຸກະຈາຍສຽງ “ຝ່າຍປະເທດລາວ”, ສຳນັກຂ່າວສານປະເທດລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 06 ມັງກອນ ປີ 1968 ຢູ່ຖໍ້າແຫ່ງໜຶ່ງທີ່ບ້ານບັກ ທົ່ງນາໄກ່, ປະຈຸບັນແມ່ນເມືອງວຽງໄຊ, ແຂວງ ຫົວພັນ, ພາຍຫຼັງຢຶດການອຳນາດຂອງປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນສຳເລັດໃນວັນທີ 23 ສິງຫາ 1975, ໜັງສືພິມ “ວຽງຈັນໃໝ່” ຊຶ່ງມີຕົ້ນກຳເນີດມາຈາກໜັງສືພິມວຽງຈັນໂພສ ກໍໄດ້ຮັບການຖືກສ້າງຕັ້ງຂຶ້ນໃນວັນທີ 1 ກັນຍາ 1975 ເປັນກະບອກສຽງຂອງຄະນະພັກນະຄອນຫຼວງວຽງຈັນ, ພາຍຫຼັງພັກ ປປ ລາວ ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ວຽກງານສື່ມວນຊົນ ຍິ່ງມີບົດບາດສຳຄັນໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກ ໜັງສືພິມວຽງຈັນທາຍລາຍສັບປະດາ, ມີ 16 ໜ້າ ເປັນຮູບຂາວ-ດຳ ສະບັບທຳອິດໄດ້ຈັດອອກພິມໃນວັນທີ 7 ເມສາ 1994 ຊຶ່ງກົງກັບວັນເປີດຂົວມິດຕະພາບລາວ-ໄທ ຢ່າງເປັນທາງການແຫ່ງທຳອິດ.

ສຳລັບແຂວງບໍລິຄຳໄຊ ເພື່ອຕອບສະຫນອງຂໍ້ມູນຂ່າວສານໃຫ້ກວ້າງຂວາງທົ່ວເຖິງກວ່າເກົ່າ ໂດຍການສົມທົບກັບແຂວງ, ເມືອງ ແລະ ກະຊວງ ໄດ້ສ້າງຕັ້ງສະຖານີວິທະຍຸຂະໜາດນ້ອຍ ຢູ່ບັນດາເມືອງທີ່ມີເງື່ອນໄຂ ຊຶ່ງປັດຈຸບັນທົ່ວແຂວງມີສະຖານີວິທະຍຸທັງຫມົດ 5 ແຫ່ງ, ສະຖານນີວິທະຍຸຂັ້ນເມືອງ 4 ແຫ່ງ ອອກອາກາດສະເລ່ຍ 4-8 ຊົ່ວໂມງຕໍ່ວັນ, ວິທະຍຸຂັ້ນແຂວງ 1 ແຫ່ງ ອອກອາກາດ 16 ຊົ່ວໂມງຕໍ່ວັນ ແລະ ສະຖານີໂທລະພາບ 1 ແຫ່ງ ອອກອາກາດ ສະເລ່ຍ 4-6 ຊົ່ວໂມງຕໍ່ວັນ. ຮອດປີ 2001 ກໍ່ໄດ້ສ້າງຕັ້ງວາລະສານບໍລິຄໍາໄຊ ລາຍໄຕມາດລະ 1.000 ຫົວ, ປີ 2007 ສ້າງຕັ້ງໜັງສືພິມບໍລິຄໍາໄຊ ຈັດພິມເປັນລາຍສັບປະດາ 400 ສະບັບ ແລະ ປີ 2014 ໄດ້ສ້າງຕັ້ງເວບໄຊ-ສໍາເນົາຟີມບໍລິຄໍາໄຊຂື້ນ ແລະ ໄດ້ມີການເຄື່ອນໄຫວ ເປັນປົກກະຕິຕໍ່ເນື່ອງມາເຖິງປັດຈຸບັນ ແລະ ພາຫະນະສື່ມວນຊົນຂັ້ນຮາກຖານບ້ານ ທີ່ຂາດບໍ່ໄດ້ແມ່ນໂທລະໂຄ່ງ ຊຶ່ງໄດ້ນໍາໃຊ້ເກືອບ 100% ຂອງຈໍານວນບ້ານໃນທົ່ວແຂວງ. ມາເຖິງປັດຈຸບັນ ແຂວງບໍລິຄຳໄຊ ຍັງໄດ້ນໍາໃຊ້ເຄືອຂ່າຍອິນເຕີເນັດ ຂ່າວອອນລາຍ ເປັນເຟກບຸກຂອງວິທະຍຸ, ໂທລະພາບ, ໜັງສືພິມ ແລະ ເວບໄຊ ໃນການໂພດຂໍ້ຄວາມ, ບົດຂ່າວ-ຮູບພາບ ແລະ ມີທັງຖ່າຍທອດສົດລາຍການວິທະຍຸ ເພື່ອເຮັດໃຫ້ສາມາດເຜີຍແຜ່ນໍາເອົາຂໍ້ມູນຂ່າວສານ ເຂົ້າເຖິງເປົ້າໝາຍຢ່າງກວ້າງຂວາງ, ທຸກສະຖານທີ່ ແລະ ທຸກເວລາ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ.

ຕອນທ້າຍຂອງພິທີ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 33 ທ່ານ ແລະ 3 ກົມກອງ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 27 ທ່ານ ຂອງປະທານປະເທດແຫ່ງ ສປປ ລາວ, ປະດັບຫຼຽນກາໄຊແຮງງານ ຂອງນາຍົກລັດຖະມົນຕີ ຈຳນວນ 15 ທ່ານ ແລະ ໃບຍ້ອງຍໍຂອງລັດຖະບານ 227 ທ່ານ ທີ່ມີຜົນງານດີເດັ່ນ ປະກອບສ່ວນດ້ານເຫື່ອແຮງ ສະຕິປັນຍາ ເຂົ້າໃນການກະກຽມ ແລະ ຮັບໃຊ້ປີທ່ອງທ່ຽວລາວ 2018.

About admins16