ບໍລິສັດ csc ຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ

ໃນວັນທີ 29 ກໍລະກົດ 2022 ນີ້ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ ບໍລິຄໍາໄຊ, ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ຝຶກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ຢູ່ທີ່ບໍລິສັດ ຊີເອັສຊິ ຄອມແພລັກ ເຊັນເຕີ ແຂວງ ບໍລິຄຳໄຊ ເຊີ່ງ ນໍາໂດຍ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ຮັກສາການຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ພ້ອມທີມງານ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ໂພທະສິດ ພົມມະນີ ຫົວໜ້າພະແນກຂະແໜງປ້ອງກັນການສູນເສຍ ພ້ອມດ້ວຍ ພະນັກງານ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ວິທີປະຕິບັດເມື່ອເກິດອັກຄີໄພ ການເອົາຕົວລອດຈາກອັກຄີໄພ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກສະຖານທີເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານໃນການດັບມອດໄຟໃນຂັ້ນເບື້ອງຕົ້ນເຊັ່ນ: ການໃຊ້ຜົງເຄມີແຫ້ງ, ການໃຊ້ນໍ້າມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ. ອະທິບາຍເຖີງວິທີການກວດກາບັ້ງມອດໄຟ ລະບົບສຽງສັນຍານເຕືອນໄພ ແລະ ລະບົບນໍ້າປະປາທີ່ຕິດຕັ້ງຕາມຈຸດຕ່າງໆ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ. ຈາກນັ້ນກໍ່ໄດ້ມີການສາທິດ ແລະ ການນໍາໃຊ້ອຸປະກອນມອດໄຟຂັ້ນພື້ນຖານການຈໍາລອງເວລາມີເຫດການໄຟໄໝ້ຈາກຖັງແກັດໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຈັດຕັ້ງລົງມືປະຕິບັດທົດລອງໂຕຈິງໃນການນໍາໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັດ ການແກ້ໄຂສະກັດກັ້ນເຫດການໄຟໄໝ້ຂັ້ນພື້ນຖານກ່ອນທີ່ເຈົ້າໜ້າທີ່ດັບເພີງມາຊ່ວຍ, ວີທີຊ່ວຍເຫຼືອຕົນເອງ ແລະ ຜູ້ຖືກເຄາະຮ້າຍອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

ພາຍຫຼັງຝຶກອົບຮົມສໍາເລັດແລ້ວ  ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມວິທີສະກັດກັ້ນ ແລະ ການຕ້ານອັກຄີໄພ ໃຫ້ບໍລິສັດ ຊີເອັສຊິ ຄອມແພລັກເຊັນເຕີ ຕາງໜ້າກ່າວຮັບໂດຍ ທ່ານ ໂພທະສິດ ພົມມະນີ ຫົວໜ້າພະແນກຂະແໜງປ້ອງກັນການສູນເສຍ ພ້ອມດ້ວຍ ພະນັກງານ ຂອງບໍລິສັດເຂົ້າຮ່ວມ.

About admins14