ບໍລິສັດ ໂມ້ມີ້ນ ມອບເງິນໃຫ້ເມືອງ ທ່າພະບາດ

ໃນຕອນວັນທີ 21 ເມສາ ຜ່ານມານີ້ ຢູ່ທີ່ຫ້ອງວ່າການເມືອງ ທ່າພະບາດ ທ່ານ ກົງທອງ ພິມສະຫວັນ ບໍລິສັດໂມ້ມີ້ນ ພັດທະນາຈໍາກັດ ໄດ້ມອບເງິນ ຈໍານວນ 38.000.000 ກີບ ໃຫ້ອົງການປົກຄອງ ເມືອງທ່າພະບາດ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະດ້ານຕ່າງໆຂອງເມືອງ  ເປັນກຽດກ່າວຮັບໂດຍ ທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ,  ພ້ອມດຽວກັນນັ້ນ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ທີ່ທ່ານ ກົງທອງ ພິມສະຫວັນ ໄດ້ມີຄວາມເສຍສະຫຼະທາງດ້ານທຶນຮອນຂອງຕົນເອງ ມາປະກອບສ່ວນເຂົ້າໃນວຽກງານລວມຂອງພັກ-ຂອງລັດ ເຊິ່ງທ່ານ ໄດ້ຕີລາຄາສູງຕໍ່ຜົນງານຜ່ານມາໃນແຕ່ລະຄັ້ງໂດຍ ສະເພາະກໍ່ຄືຄັ້ງນີ້ທີ່ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາປະເທດຊາດ ເວົ້າສະເພາະກໍ່ຄືເມືອງທ່າພະບາດເຮົາໃຫ້ມີຄວາມເຂັ້ມເແຂງ ແລະ ພັດທະນາຂຶ້ນເລື້ອຍໆ

ໃນທ້າຍພິທີ ທ່ານ ຄໍາປຸ່ນ ສີຫາລາດ ຍັງໄດ້ມອບໃບຍ້ອງຍໍ ເພື່ອເປັນການສັນລະເສີນເຖິງຜົນງານ ແລະ ໄດ້ຈາລຶກໄວ້ໃນປື້ມຄໍາປະຫວັດສາດຂອງເມືອງ ທ່າພະບາດ.

 

About admin11