ບໍລິສັດ ແມ່ຂອງ ປູກຕົ້ນໄມ້ ຈໍາກັດ ຝຶກອົບຮົມການສະກັດກັ້ນ ແລະ ຕ້ານອັກຄີໄພ ຂັ້ນພື້ນຖານ


ຕອນເຊົ້າ ວັນທີ 11 ສິງຫາ 2020 ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ ບໍລິຄຳໄຊ ໄດ້ສືບຕໍ່ລົງເຄື່ອນໄຫວໂຄສະນາເຜີຍແຜ່ຝຶກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ຢູ່ບໍລິສັດ ແມ່ຂອງ ປູກຕົ້ນໄມ້ ຈຳກັດ ບ້ານອະນຸສອນໄຊ, ເມືອງປາກຊັນ, ແຂວງບໍລິຄໍາໄຊ, ໂດຍມີພະນັກງານ ແລະ ຄະນະນຳບໍລິສັດ ເຂົ້າຮ່ວມ.


ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ, ໄດ້ຍົກໃຫ້ເຫັນເຖິງສາເຫດ ແລະ ຜົນເສຍເຫຍ ຈາກການເກີດອັກຄີໄພ-ໄຟໄໝ້ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານ ຊັບສິນ, ສຸຂະພາບ ແລະ ຊີວິດ ຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ. ສະນັ້ນ, ຍ້ອນເຫັນໄດ້ເຖິງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ, ທາງພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈຶ່ງມາຝືກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດ ແມ່ຂອງ ປູກຕົ້ນໄມ້ ຈຳກັດ ບ້ານອະນຸສອນໄຊ, ເມືອງປາກຊັນ ໃນຄັ້ງນີ້. ທັງນີ້ ກໍ່ເພື່ອໃຫ້ເຈົ້າຂອງບໍລິສັດ, ຄະນະຮັບຜິດຊອບ ແລະ ພະນັກງານ ນໍາໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດ, ເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງອະທິບາຍ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ, ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນກໍ່ໄດ້ມີການສາທິດ ການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ການປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ, ການແກ້ໄຂສະກັດກັ້ນຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ, ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

 

About admin11