ບໍລິສັດ ຫົງຖາຢາສູບ ຊຸກຍູ້ວຽກງານຈະລາຈອນ ເມືອງປາກຊັນ

ຕອນເຊົ້າ ວັນທີ 14 ຕຸລາ 2022 ທ່ານ ບຸນມີໄຊ ສີວົງຄໍາ ຫົວໜ້າໜ່ວຍງານ ສົ່ງເສີມການຂາຍ ບໍລິສັດ ຫົງຖາຢາສູບ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມອບເງິນ 1.850.000 ກີບ ຊຸກຍູ້ພັດທະນາປ້ອມປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ເສັ້ນທາງເລກທີ່ 4 B ເຂດເມືອງປາກຊັນ ເພື່ອນໍາເອົານ້ຳປະປາລົງໄວ້ນໍາໃຊ້ ພາຍໃນປ້ອມ.

ທ່ານ ບຸນມີໄຊ ສີວົງຄໍາ ກ່າວວ່າ: ການນໍາເອົາເງິນມາມອບໃຫ້ໃນຄັ້ງນີ້ ກໍ່ຍ້ອນເຫັນໄດ້ຄວາມສໍາຄັນຂອງວຽກງານຄວາມປອດໄພຕາມທ້ອງຖະໜົນຫຼວງ ຂອງນັກຂັບຂີ່ທຸກຄົນທີ່ເດີນທາງໄປ – ມາ ກໍ່ຄືເຫັນຄວາມສໍາຄັນຕໍ່ວຽກງານການກວດກາການສັນຈອນຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ປະຈໍາຢູ່ຈຸດດັ່ງກ່າວ ທີ່ຍັງບໍ່ພຽງພໍໃນອຸປະກອນ ແລະ ນໍ້າປະປາ, ກ່າວຮັບໂດຍ ທ່ານ ພັນໂທ ທະນູໄຊ ແສນອານົງ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງ ປາກຊັນ ໂດຍມີນາຍຕໍາຫຼວດ ພາກສ່ວນທີ່ກ່ຽວຂ້ອງທັງ 02 ຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

About admins16