ບໍລິສັດ ສະຕຣາໂທລະຄົມ ມອບຊຸດກິລາຈໍານວນ 50 ຊຸດ ໃຫ້ພະແນກ ຖວທ ແຂວງ

ເພື່ອເປັນການຂ່ຳນັບຮັບຕ້ອນວັນສື່ມວນຊົນລາວ ຄົບຮອບ 70 ປີ ( 13 ສິງຫາ 1950 – 13 ສິງຫາ 2020 ) ແລະ ທັງເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ທີ່ໃກ້ຈະຈັດຂຶ້ນໃນມໍ່ໆນີ້ ມາໃນຕອນບ່າຍຂອງວັນທີ 12 ສິງຫາ 2020 ຢູ່ບໍລິສັດສະຕຣາໂທລະຄົມ (ຢູນິເທວ) ສາຂາແຂວງບໍລິຄຳໄຊ, ໄດ້ມອບເຄື່ອງກິລາຈຳນວນ 50 ຊຸດ ມູນຄ່າ 2 ລ້ານກີບ ໃຫ້ແກ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຕາງໜ້າມອບໂດຍທ່ານ ນາງ ດາວອນ ເພັດສານຸພົນ ອໍານວຍການ ບໍລິສັດ ສະຕຣາໂທລະຄົມ ສາຂາ ແຂວງບໍລິຄໍາໄຊ ແລະ ຮັບໂດຍທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ຊ້ອງໜ້າຂອງພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ສົນທອງ ວີບຸນກວ້າງ ກໍ່ໄດ້ກ່າວຄຳຂອບໃຈ ທີ່ບໍລິສັດດັ່ງກ່າວ ເຫັນໄດ້ເຖິງຄວາມສຳຄັນຂອງວັນສື່ມວນຊົນ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຂອງພັກ-ລັດ ກໍ່ຄືຂອງພະແນກ ຖວທ ແຂວງ ພ້ອມນີ້ ຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນການສ້າງຂະບວນການທີ່ແຂວງ ແລະ ພະແນກການຕ່າງໆຈັດຂຶ້ນ.

About admins16