ບໍລິສັດ ວັນນະແສງ ການຄ້າຈໍາກັດ ມອບເງິນຊ່ວຍກໍ່ສ້າງສູນຝຶກອົບຮົມ ແລະ ວາງສະແດງສິນຄ້າຫັດຖະກໍາ, ສິນຄ້າທ້ອງຖິ່ນ ຂອງເມືອງທ່າພະບາດ

ເພື່ອເປັນບ່ອນຮຽນຮູ້ ແລະ ແລກປ່ຽນດ້ານການຜະລິດຫັດຖະກຳ ພາຍໃນເມືອງທ່າພະບາດ, ໃນວັນທີ 19 ທັນວາ 2022 ຢູ່ຮ້ານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ ບ້ານພະບາດ ທ່ານ ນາງ ວັນນາລີ ເຮືອນນາວົງສາ ປະທານບໍລິສັດ ວັນນະແສງ ການຄ້າຈໍາກັດ ໄດ້ນຳເງິນ  54.289.000 ກີບ ມາມອບໃຫ້ເມືອງ ເພື່ອຊ່ວຍກໍ່ສ້າງສູນຝຶກອົບຮົມ ແລະ ວາງສະແດງສິນຄ້າຫັດຖະກໍາ ໂດຍກ່າວຮັບ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ.

ສູນຝຶກອົບຮົມ ແລະ ວາງສະແດງສິນຄ້າຫັດຖະກໍາ, ສິນຄ້າທ້ອງຖິ່ນນີ້ ແມ່ນຈະຕັ້ງຢູ່ແຄມເສັ້ນທາງເລກ ທີ 13 ໃຕ້ ບ້ານ ພະບາດໂພນສັນ ມີຂະໜາດ 6 x 8 ແມັດ ແລະ ຈະໄດ້ເລີ່ມກໍ່ສ້າງໃນຕົ້ນປີ 2023.

ໃນໂອກາດດັ່ງກ່າວ ທ່ານ ສົມສົດ ແສງອາພອນ ໄດ້ກ່າວສະແດງຄວາມຂອບໃຈບໍລິສັດ ວັນນະແສງ ແລະ ໄດ້ມອບໃບຍ້ອງຍໍໃຫ້ທ່ານ ນາງ ວັນນາລີ ເຮືອນນາວົງສາ ປະທານບໍລິສັດ ທີ່ມີຜົນງານປະກອບສ່ວນການໃນສ້າງສູນຝຶກອົບຮົມ ແລະ ສູນວາງສະແດງສິນຄ້າຫັດຖະກໍາ, ສິນຄ້າທ້ອງຖິ່ນຂອງເມືອງໃນຄັ້ງນີ້.

About admins14