ບໍລິສັດ ວັນດີການໄຟຟ້າ ຄົບວົງຈອນ ຊ່ວຍຊຸກຍູ້ວຽກງານ ປກສ ເມືອງ 8 ລ້ານກີບ

 
ເພື່ອເປັນການຊຸກຍູ້ ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງວຽກງານ ປກສ ເມືອງ, ໃນຕອນບ່າຍຂອງ ວັນທີ 16 ພະຈິກ 2020 ຢູ່ກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ທ່ານ ຊຽງເພັດ ອິນທໍາມະວົງ ຜູ້ອໍານວຍການ ບໍລິສັດ ວັນດີການໄຟຟ້າ ຄົບວົງຈອນ ໄດ້ມອບກະເບື້ອງ ຈໍານວນ 450 ແຜ່ນ ຄິດເປັນມູນຄ່າ 8.000.000 ກີບ ໃຫ້ ປກສ ເມືອງວຽງທອງ ເພື່ອມຸງຫ້ອງການ ພະແນກສໍາມະໂນຄົວຫຼັງໃໝ່.

ເຊີ່ງເປັນກຽດຮັບໂດຍ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນກົມກອງ ເຂົ້າຮ່ວມເປັນສັກຂີພິຍານ.

About admin11