ບໍລິສັດ ບໍລິຄຳໄຊທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ຈະພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຕາດເຮືອຫັກ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ຕາດເຮືອຫັກ ຢູ່ບ້ານຫາງຊິງສະຫວ່າງ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2021 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຄຳພູທອນ ປັນຍານຸວົງ ອຳນວຍການບໍລິສັດ ບໍລິຄຳໄຊທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດດັ່ງກ່າວ ແມ່ນມີຄວາມຕ້ອງການຢາກສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ “ຕາດເຮືອຫັກ” ໃຫ້ເປັນແຫຼ່ງທ່ອງທ່ຽວອະນຸລັກທຳມະຊາດໄປຄຽງຄູ່ກັບການກະສິກຳ ແລະ ໃຫ້ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ ກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງບໍລິຄຳໄຊ ໃຫ້ມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ເຊິ່ງໃນເບື້ອງຕົ້ນ ການສຳຫຼວດຈະມີກິດຈະກຳ ຄື: ຍ່າງຊົມນ້ຳຕົກຕາດ, ຂີ່ສະລິງ, ກາງເຕັ້ນນອນ, ຮ້ານອາຫານ-ເຄື່ອງດື່ມ, ລ້ຽງກວາງ-ນົກກະຈອກເທບ ແລະ ຂາຍເຄື່ອງກະສິກຳທີ່ຜະລິດຈາກຟາມລ້ຽງງົວຂອງທ່ານ ຄຳພູທອນ ປັນຍານຸວົງ ທີ່ຕິດກັບຕາດດັ່ງກ່າວ. ໄລຍະການສຶກສາສຳຫຼວດ ແມ່ນ 180 ວັນ ຫຼື 6 ເດືອນ.

About admins16