ບໍລິສັດ ບີເອັມ ມອບເຄື່ອງຊຸກຍູ້ວຽກງານຈະລາຈອນ

ຕອນບ່າຍຂອງວັນທີ 16 ກຸມພາ 2021 ທ່ານ ຄອນສະຫວັນ ສອນຄຳໄຊ ຜູ້ອຳນວຍການບໍລິສັດ BM ການຄ້າຂາເຂົ້າ-ຂາອອກ ຈຳກັດ ໄດ້ນຳເອົາເຄື່ອງປີ່ນເຕີ 1 ໜ່ວຍ, ຈວຍສະທ້ອນແສງ 10 ໜ່ວຍ ແລະ ກະບອງໄຟ 3 ອັນ ລວມມູນຄ່າ 4,310,000 ກີບ ມາມອບໃຫ້ກອງຈະລາຈອນ ປກສ ແຂວງບໍລິຄຳໄຊ.

ທ່ານ ຄອນສະຫວັນ ສອນຄຳໄຊ ກ່າວວ່າ: ການນຳເອົາອຸປະກອນ ມາມອບໃຫ້ໃນຄັ້ງນີ້ ກໍ່ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນ ໃນການປະຕິບັດໜ້າທີ່ວຽກງານຂອງພະແນກຕຳຫຼວດຈະລາຈອນ ທີ່ຍັງຂາດເຂີນອຸປະກອນບາງສ່ວນ ເປັນຕົ້ນ ເຄື່ອງປີ່ນເອກະສານ ເພື່ອນຳໃຊ້ເຂົ້າໃນວຽກງານ ໃຫ້ມີຄວາມວ່ອງໄວຂື້ນກວ່າເກົ່າ, ຈວຍສະທ້ອນແສງ ແລະ ກະບອງໄຟ ນຳໄປໃຊ້ໃນການປະຕິບັດໜ້າທີ່ຕາມເສັ້ນທາງ ໃນເວລາຕັ້ງຈຸດກວດກາ ເພື່ອເຮັດໃຫ້ຜູ້ຂັບຂີ່ມີຄວາມສະດວກ ແລະ ເຂົ້າໃຈໃນເວລາຂັບຂີ່ລົດຍາມກາງຄືນ.

ຫຼັງຈາກນັ້ນ ທ່ານ ພັນຕີ ສອນ ສີສົມບັດ ຮອງພະແນກຕຳຫຼວດຈະລາຈອນ ປກສ ແຂວງ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງທ່ານ ຄອນສະຫວັນ ສອນຄຳໄຊ ຜູ້ອຳນວຍການບໍລິສັດ BM ການຄ້າຂາເຂົ້າ-ຂາອອກ ຈຳກັດ ພ້ອມດ້ວຍຄອບຄົວ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນໃນການປະຕິບັດໜ້າທີ່ວຽກງານຂອງຕຳຫຼວດຈະລາຈອນ ເຊີ່ງພວກເຮົາຈະນຳເອົາອຸປະກອນດັ່ງກ່າວ ໄປໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະຕົວຈີງໃຫ້ໄດ້ຜົນດີ.

 

About admin11