ບໍລິສັດ ບຣູມມິງໂຮນດິງ ຈຳກັດຜູ້ດຽວ ລົງທຶນປູກໝາກສົ້ມພໍດີ ແລະ ໝາກໃສ່ ຢູ່ບ້ານນາຫີນ ເມືອງປາກກະດິງ

ພິທີເຊັນສັນຍາສຳປະທານ ໂຄງການລົງທຶນ ປູກໝາກສົ້ມພໍດີ ແລະ ໝາກໃສ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ກຸມພາ 2022 ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນສຳປະທານ ເຊັນໂດຍ ທ່ານ ຊອກກູຊີມ ອຳນວຍການບໍລິສັດ ບຣູມມິງໂຮນດິງ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ຫົວໜ້າພະແນກການ, ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການສຳປະທານປູກໝາກສົ້ມພໍດີ ແລະ ໝາກໃສ່ ຢູ່ເຂດບ້ານນາຫີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ເຊິ່ງມີເນື້ອທີ່ທັງໝົດ 150 ເຮັກຕາ, ມູນຄ່າການລົງທຶນ 328.568.526.000 ກີບ ແລະ ມີອາຍຸສຳປະທານ 30 ປີ. ທັງນີ້ ກໍ່ເພື່ອເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວ ກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນ ແຂວງບໍລິຄໍາໄຊ ໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

About admins16