ບໍລິສັດ ຊີວິຕັດ ມອບເຕົາຟືນ – ຖ່ານ ໃຫ້ປະຊາຊົນບ້ານນາຫາດ

ຕອນເຊົ້າຂອງວັນທີ 21 ມິຖຸນາ 2022 ຢູ່ທີ່ຫ້ອງການບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບເຕົາຟືນ – ຖ່ານ ໃຫ້ແກ່ປະຊາຊົນບ້ານນາຫາດ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ ມີຕາງຫນ້າບໍລິສັດ ຊີວີຕັດ ຜູ້ປະສານງານໂຄງການ ພ້ອມດ້ວຍປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ ຕາງໜ້າບໍລິສັດ ຊີວີຕັດ ໄດ້ຂຶ້ນກ່າວປະຫວັດຄວາມເປັນມາຂອງໂຄງການ ວ່າ: ໂຄງການແຈກຢາຍເຕົາປະຢັດປະສິດທິພາບສູງ ເປັນແຜນງານທີ່ສັງລວມບັນດາກິດຈະກໍາຂອງໂຄງການລະດັບພາກພື້ນ (ເວີລ່າ) ເຊິ່ງປະຈຸບັນ ກໍາລັງຈັດຕັ້ງປະຕິບັດຢູ່ປະເທດລາວ, ຫວຽດນາມ, ໄທ ແລະ ປະເທດກໍາປູເຈຍ.

ໂຄງການນີ້ ຖືກຮັບຮອງຈາກອົງການຮັບຜິດຊອບວຽກງານກົນໄກການພັດທະນາສະອາດ ຂອງປະເທດທີ່ມີໂຄງການຕັ້ງຢູ່, ທົ່ວເມືອງຄໍາກີດມີບ້ານເປົ້າໝາຍທັງໝົດ 27 ບ້ານທີ່ນອນຢູ່ໃນໂຄງການ, ໃນນັ້ນ ສະເພາະບ້ານນາຫາດ ແມ່ນມອບໃຫ້ຈໍານວນ 121 ຄອບຄົວ ຈຳນວນ 242 ໜ່ວຍ ລວມມູນຄ່າ 90 ລາ້ນກວ່າກີບ ທົ່ວເມືອງມອບໃຫ້ 27 ບ້ານມີຈໍານວນ 7.384 ໜ່ວຍ.

ຈຸດປະສົງ ໃນການແຈກຢາຍເຕົາໃຫ້ປະຊາຊົນໃນເຂດຊົນນະບົດ ໂດຍສະເພາະແມ່ນຄົວເຮືອນທີ່ນໍາໃຊ້ໄມ້ຟືນເປັນເຊື້ອໄຟເປັນຫຼັກ ໃນການແຕ່ງກິນ ແລະ ນໍາໃຊ້ຄຽງສາມຂາ ຫຼື ກ້ອນເສົາ ເປັນເຕົາໄຟເພື່ອແຕ່ງກິນ ແລະ ຕົ້ມນໍ້າເປັນປະຈໍາ, ພ້ອມນັ້ນ ພະນັກງານຂອງບໍລິສັດ ຊີວີຕັດ ກໍ່ໄດ້ສາທິດວິທີການໃຊ້ເຕົາດັ່ງກ່າວໃຫ້ກັບພໍ່ແມ່ປະຊາຊົນໄດ້ຮູ້ ແລະ ເຂົ້າໃຈໃນການຊົມໃຊ້ໃຫ້ຖືກວິທີ.

ຈາກນັ້ນ ຕາງໜ້າບໍລິສັດ ຊີວີຕັດ ກໍ່ໄດ້ມອບເຕົາຟືນ – ຖ່ານ ໃຫ້ແກ່ປະຊາຊົນບ້ານນາຫາດ.

About admin11