ບໍລິສັດໄຟຟ້ານ້ຳເທີນ 1 ແລະ ກອງກວດກາພາສີປະຈຳແຂວງ ມອບເງິນ ແລະ ເຄື່ອງ ຕ້ານໂຄວິດ – 19 ໃຫ້ເມືອງປາກກະດິງ

ໃນຕອນບ່າຍວັນທີ 11 ສິງຫາ 2021 ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີມອບເງິນ 100.000.000ກີບ ຈາກບໍລິສັດໄຟຟ້ານ້ຳເທີນ 1 ໃຫ້ຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ຂັ້ນເມືອງປາກກະດິງ, ເພື່ອເປັນງົບປະມານນຳໃຊ້ເຂົ້າໃນການປຸກສ້າງສູນກັກກັນພາກສະໜາມຂອງເມືອງ ຮອງຮັບປະຊາຊົນທີ່ເດີນທາງມາຈາກຕ່າງປະເທດ ແລະ ເຂດທີ່ມີຄວາມສ່ຽງ ໃຫ້ມີຄວາມພ້ອມ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ຮັບຜົນດີ.

ເປັນກຽດກ່າວມອບໂດຍທ່ານ ພິເສດສຸດ ຄະເຊນສຸຣະພັນ ຮອງອຳນວຍການໃຫຍ່ ບໍລິສັດໄຟຟ້ານຳ້ເທີນ 1, ເປັນກຽດຮັບໂດຍທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີພະນັກງານທີ່ກ່ຽວຂ້ອງຂັ້ນເມືອງ ແລະ ບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.

ໃນວັນດຽວກັນ ຢູ່ຫ້ອງວ່າການປົກຄອງເມືອງປາກກະດິງ, ກອງກວດກາພາສີປະຈຳແຂວງບໍລິຄຳໄຊ ກໍ່ໄດ້ມອບນ້ຳດື່ມຈຳນວນ 100 ແພັກ, ເຈ້ຍອານາໄມ 2 ແກັດ, ເຈວລ້າງມື 1 ແກັດ, ໝີ່ໄວໆ 19 ແກັດນ້ອຍ ແລະ ຜ້າອັດປາກ-ອັດດັງ ຈຳນວນ 1 ແກັດ ມອບໃຫ້ຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນເມືອງປາກກະດິງ ເພື່ອນຳໄປມອບຕໍ່ໃຫ້ກຸ່ມຄົນທີ່ຖືກກັກກັນພະຍາດໂຄວິດ-19 ຢູ່ສູນກັກກັນພາຍໃນເມືອງປາກກະດິງ.

ກ່າວມອບໂດຍ ທ່ານ ສ້ອຍ ວົງພະຈັນ ຮອງຫົວໜ້າກອງກວດກາພາສີປະຈຳແຂວງບໍລິຄຳໄຊ, ກ່າວຮັບໂດຍທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

About admin11