ບໍລິສັດແສງຮຸ່ງເຮືອງ ຈະເປັນຜູ້ຜະລິດປ້າຍເລກທີເຮືອນ ທົ່ວແຂວງບໍລິຄຳໄຊ

 

ໃນຕອນບ່າຍວັນທີ 27 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມເບີ 3 ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາໂຄງການອອກທະບຽນເລກທີປ້າຍເຮືອນ ທົ່ວແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1254/ປກສ, ລົງວັນທີ 24 ມີຖຸນາ 2019 ວ່າດ້ວຍທະບຽນເລກທີປ້າຍເຮືອນ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສະບັບ ເລກທີ 9437/ປກສຂ, ລົງວັນທີ 25 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຈົດທະບຽນເລກທີປ້າຍເຮືອນ ທົ່ວແຂວງບໍລິຄໍາໄຊ.

ເພື່ອເຮັດໃຫ້ແຂວງບໍລິຄໍາໄຊ ມີຄວາມເປັນລະບຽບຮຽບຮ້ອຍ ວຽກງານຈົດທະບຽນເລກທີປ້າຍເຮືອນ ຈຶ່ງເປັນວຽກງານວິຊາສະເພາະໜຶ່ງທີ່ສໍາຄັນ ແລະ ຈໍາເປັນ, ແມ່ນວຽກງານທີ່ເປັນບູລິມະສິດຫຼັກຕິດພັນກັບວຽກງານຂຶ້ນສໍາມະໂນຄົວ ທີ່ທັນສະໄໝ ໄປພ້ອມກັບການຂຶ້ນບັນຊີ, ກວດກາ, ຄຸ້ມຄອງ ຕໍ່ການຄົງຕົວ, ຂະຫຍາຍຕົວ, ການຫຼຸດ, ການເພີ່ມຂອງຈໍານວນຫຼັງຄາເຮືອນຢູ່ແຕ່ລະບ້ານທົ່ວແຂວງ, ດັ່ງນັ້ນ ເພື່ອເຮັດໃຫ້ການຄຸ້ມຄອງຕິດທະບຽນເລກທີປ້າຍເຮືອນ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເປັນເອກະພາບກັນທົ່ວແຂວງ ເພື່ອເຮັດໃຫ້ການຄຸ້ມຄອງນໍາໃຊ້ທະບຽນເລກທີ່ປ້າຍເຮືອນຖືກຕ້ອງ ແລະ ເປັນເອກະພາບກັນຕາມລະບຽບຫຼັກການ.

ການຈົດທະບຽນເລກທີ່ປ້າຍເຮືອນນີ້ ເເມ່ນເເນໃສ່ປະເພດເຮືອນຢູ່ຖາວອນ, ເຮືອນຫ້ອງແຖວ, ເຮືອນໃຫ້ເຊົ່າ, ບໍລິສັດ, ຫ້າງຮ້ານ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ຮ້ານເສີມຄວາມງາມ, ຮ້ານອົບນວດ ແລະ ຮ້ານອື່ນໆ ຂອງພົນລະເມືອງລາວ ແລະ ຄົນບໍມີສັນຊາດ ທີ່ດໍາລົງຊີວິດຢູ່ ແຂວງບໍລິຄໍາໄຊ.

ດັ່ງນັ້ນ, ຜ່ານການຄັດເລືອກ ຕີລາຄາປະເມີນຜົນແບບວິທະຍາສາດ ຂອງຄະນະກໍາມະການ ເຫັນວ່າ ບໍລິສັດຮຸ່ງເຮືອງພີມປ້າຍໂຄສະນາ ມີມາດຖານເງື່ອນໄຂຄົບຖ້ວນ, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈຶ່ງເຫັນດີອະນຸມັດ ໃຫ້ບໍລິສັດດັ່ງກ່າວ ເປັນຜູ້ຮັບຜິດຊອບຜະລິດທະບຽນເລກທີປ້າຍເຮືອນທົ່ວແຂວງບໍລິຄໍາໄຊ ໂດຍຈະດໍາເນີນກິດຈະການພາຍຫຼັງເກັບກໍາສະຖິຕິຫຼັງຄາເຮືອນທົ່ວແຂວງຄົບຖ້ວນ ເຊິ່ງໃຊ້ເວລາທັງໝົດ 6 ເດືອນຈຶ່ງຈະສໍາເລັດໂຄງການ.

ພາຍຫຼັງເປັນເອກະພາບກັນ ທັງສອງຝ່າຍກໍ່ໄດ້ມີການເຊັນສັນຍາຮັບຜິດຊອບໂຄງການຕິດທະບຽນເລກທີປ້າຍເຮືອນ ຕາງໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຊັນໂດຍ ທ່ານ ພັທ ຄໍາໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ແລະ ເຊັນຮັບໂດຍ ທ່ານ ສິນທະນາ ພີມມະສອນ ອໍານວຍການບໍລິສັດ ຮຸ່ງເຮືອງພີມປ້າຍໂຄສະນາ.

About admin11