ບໍລິສັດເບຍລາວ ປະກອບສ່ວນ 100 ລ້ານກີບ ຕ້ານ COVID-19

ໃນວັນທີ 15 ມີນາ 2021 ຢູ່ຫ້ອງຮັບຮອງຫ້ອງວ່າການ ແຂວງບໍລິຄຳໄຊ ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 100.000.000 ກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໃຫ້ກຽດຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະອຳນວຍການບໍລິສັດເບຍລາວ ແລະ ຕົວແທນຈຳໜ່າຍພາຍໃນແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດເບຍລາວຈຳກັດ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.

ພ້ອມດຽວກັນ ທ່ານກໍ່ຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ການປ້ອງກັນ ແລະ ຄວບຄຸມ ພະຍາດດັ່ງກ່າວ ວ່າ ຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດອຳນາດການປົກຄອງຂັ້ນບ້ານ ໄດ້ສຸມໃສ່ໂຄສະນາເຜີຍແຜ່ຄຳສັ່ງ, ແຈ້ງການ ຂອງຂັ້ນເທີງ ກ່ຽວກັບພະຍາດ COVID-19 ຢ່າງລຽນຕິດ ເຮັດໃຫ້ພໍ່ແມ່ປະຊົນຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມອັນຕະລາຍ, ວິທີປ້ອງກັນຕ່າງໆ ພ້ອມດຽວກັນຍັງໄດ້ເກັບກຳສະຖິຕິ, ຂຶ້ນທະບຽນກຸ່ມສ່ຽງ ທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດ ໂດຍໄດ້ມີການແຍກປ່ຽວ ແລະ ໃຫ້ພາກສ່ວນຮັບຜິດຊອບ ຕິດຕາມກວດກາຢ່າງໃກ້ຊິດເປັນເວລາ 14 ວັນ, ມາຮອດປັດຈຸບັນແຂວງບໍລິຄຳໄຊ ຍັງບໍ່ພົບຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຢັ້ງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊ ໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດເບຍລາວຈຳກັດ ທີ່ໄດ້ປະກອບສ່ວນທຶນຮອນ ເຂົ້າໃນການຕ້ານການລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ.

About admins14