ບໍລິສັດວັນນະແສງການຄ້າ ໄດ້ຮັບລາງວັນທຸລະກິດດີເດັ່ນປະຈຳປີ 2022

ໃນວັນທີ 23 ມັງກອນ 2023 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ໄດ້ຈັດພິທີມອບ-ຮັບລາງວັນທຸລະກິດດີເດັ່ນປະຈໍາປີ 2022, ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນແຕ່ລະປີ ເພື່ອເປັນການຍ້ອງຍໍສັນລະເຊີນບັນດາຫົວໜ່ວຍທຸລະກິດທີ່ເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ ແລະ ວິສາຫະກິດຂະໜາດໃຫຍ່ ທີ່ມີຜົນງານການເຄື່ອນໄຫວທຸລະກິດດີເດັ່ນໃນແຕ່ລະປີ ໃນຂະແໜງການຜະລິດ, ການຄ້າ ແລະ ການບໍລິການ.

ໃນປີ 2022 ຜ່ານການຄັດເລືອກແບບຟອມສະໝັກຂອງຄະນະກຳມະການຮັບຜິດຊອບ ສາມາດຄັດເລືອກໄດ້ຫົວໜ່ວຍທຸລະກິດ 80 ຫົວໜ່ວຍ ທີ່ມາຈາກນະຄອນຫຼວງວຽງຈັນ 61 ຫົວໜ່ວຍ, ແຂວງວຽງຈັນ 1 ຫົວໜ່ວຍ, ຫຼວງນໍ້າທາ 4 ຫົວໜ່ວຍ, ບໍລິຄໍາໄຊ 1 ຫົວໜ່ວຍ, ສະຫວັນນະເຂດ 6 ຫົວໜ່ວຍ, ສາລະວັນ 1 ຫົວໜ່ວຍ, ຈໍາປາສັກ 5 ຫົວໜ່ວຍ ແລະ ແຂວງ ອັດຕະປື 5 ຫົວໜ່ວຍ, ໃນນີ້ລວມມູນຄ່າຕົວເລກເສຍພັນທະອາກອນໃຫ້ລັດຖະບານຂອງ 80 ຫົວໜ່ວຍທຸລະກິດປະມານ 2.000 ຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ15.000 ຄົນ.

ສໍາລັບຫົວໜ່ວຍທຸລະກິດຈາກແຂວງບໍລິຄໍາໄຊ ແມ່ນບໍລິສັດວັນນະແສງການຄ້າ ຈໍາກັດ ທີ່ເປັນຫົວໜ່ວຍທຸລະກິດໜຶ່ງດຽວຂອງແຂວງ ທີ່ຜ່ານເງື່ອນໄຂ, ມາດຖານ ແລະ ໄດ້ຮ່ວມຮັບລາງວັນດັ່ງກ່າວ.

ບໍລິສັດວັນນະແສງການຄ້າ ຈຳກັດ ໄດ້ຮັບການສ້າງຕັ້ງ ແລະ ດຳເນີນກິດຈະການ ໃນປີ 1997 ເຊິ່ງໃນເບື້ອງຕົ້ນແມ່ນດຳເນີນກິດຈະການເກັບຊື້ເຂົ້າເປືອກ ແລະ ໂຮງສີ ເພື່ອສະໜອງເຂົ້າໃຫ້ໂຮງງານອຸດສາຫະກຳໃຫຍ່, ຫຼັງຈາກນັ້ນ ຈຶ່ງໄດ້ດຳເນີນກິດຈະການບໍລິການສິນຄ້າຜ່ານແດນ (ຊິບປິ້ງ), ອຸດສາຫະກຳກະສິກຳ ແລະ ການຜະລິດ, ສຳລັບຜະລິດຕະພັນທີ່ພົ້ນເດັ່ນຂອງບໍລິສັດ ທີ່ສະໜອງໃນຕະຫຼາດບໍລິຄຳໄຊ ແມ່ນຜະລິດຕະພັນນໍ້າດຶ່ມວັນ ເຊິ່ງແມ່ນໜຶ່ງໃນທຸລະກິດຂອງບໍລິສັດດັ່ງກ່າວ ແລະ ໃນອະນາຄົດອັນໃກ້ນີ້ ບໍລິສັດມີແຜນຈະຂະຫຍາຍທຸລະກິດ ເປັນຕົ້ນຂະແໜງການຜະລິດ ເພື່ອເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມການຜະລິດພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າ ພ້ອມທັງເປັນການສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນພາຍໃນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

About admins14